ກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ.
ວັນທີ 15 ກໍລະກົດ 2022 ຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ ກໍລະກົດ 2022 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີ ຫາຕົ່ງປາວ, ຮອງເລຂາພັກແຂວງ, (ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ), ມີທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງແປກ ພ້ອມຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 30 ທ່ານ; ຍິງ 4 ທ່ານ.
ໃນກອງປະຊຸມ ທ່ານ ນາງ ພວງພະຈັນ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະນໍາທຸກຂັ້ນໄດ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ເພື່ອໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິເຄົາລົບລະບຽບຂອງພັກ, ກົດໝາຍຂອງລັດ, ຊຸກຍູ້ສົ່ງເສີມພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຕາມການພັດທະນາແບບຍືນຍົງ, ຕົ້ນຕໍແມ່ນການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆຂອງພັກ-ລັດ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, ການສະເຫຼີມສະຫຼອງ ແລະ ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດຄື: ປີສາມັກຄີມິດຕະພາບລາວ-ຫວຽດນາມ ວັນສ້າງຕັ້ງສາຍພົວພັນການທູດລາວຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ຊຸກຍູ້ສົ່ງເສີມທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າໃນການຜະລິດຜົນລະປູກໃນລະດູຝົນ ປີ 2022 ໃຫ້ບັນລຸຕາມແຜນການ; ນອກນັ້ນ ຍັງໄດ້ລາຍງານຫາງສຽງສັງຄົມທີ່ເປັນປະກົດການຫຍໍ້ທໍ້ຂອງສັງຄົມທີ່ເກີດຂຶ້ນ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ທັນເວລາ, ຕົ້ນຕໍແມ່ນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມທີ່ເກີດຂຶ້ນຢູ່ແຕ່ລະຂົງເຂດ, ໃນກອງປະຊຸມຜູ້ແທນຍັງໄດ້ປະກອບຄໍາເຫັນ ແລະ ຄົ້ນຄ້ວາວິທີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຕົ້ນຕໍແມ່ນການຄອບຄຸມລາຄາສິນຄ້າ, ບັນຫາເງິນກີບອ່ອນຄ່າ, ນໍ້າມັນເຊື້ອໄຟ, ບັນຫາຢາເສບຕິດ, ການຂຸດຄົ້ນແຮ່ທາດຕ່າງໆ, ຂໍ້ຂັດແຍ່ງທີ່ດິນ, ການລັກລອບຂຸດຄົ້ນໄມ້, ການສ້ອມແປງທາງ ແລະ ປະກົດການຫຍໍ້ທໍ້ອື່ນໆ ຢູ່ແຕ່ລະເມືອງ.
ໃນຕອນທ້າຍທ່ານ ໜໍບີ ຫາຕົ່ງປາວ, ຮອງເລຂາພັກແຂວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະເກັບກໍາຫາງສຽງສັງຄົມ, ໃຫ້ຖືເອົາວຽກງານຕິດຕາມ ແລະ ເກັບກໍາຫາງສຽງສັງຄົມເປັນວຽກງານທີ່ສໍາຄັນຂອງພັກ, ຄະນະພັກທຸກຂັ້ນຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ.
ໂດຍ: ສີຍອງ ພອນທະຈັນ