ໃນຕອນເເລງຂອງວັນທີ 16 ມິຖຸນາ 2021 ຄະນະເກັບກໍາຫາງສຽງສັງຄົມຂັ້ນແຂວງ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວປະຕິບັດວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະ 3 ເດືອນ (4-5-6) ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໜໍບີຫາ ຕົ່ງປາວ, ຮອງເລຂາພັກແຂວງຊຽງຂວາງ,
(ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ), ມີຄະນະກຳມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ, ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 34 ທ່ານ; ຍິງ 5 ທ່ານ.
ໃນກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງຊຽງຂວາງ ສະບັບເລກທີ 87/ຄປພຂ.ຊຂ, ລົງວັນທີ 04 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຫາງສຽງສັງຄົມຢູ່ຂັ້ນແຂວງ. ຈາກນັ້ນ, ທ່ານ ຄໍາສີ ວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະກໍາມະການເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະຜ່ານມາ, ທ່ານໄດ້ຍົກໃຫ້ເຫັນສະພາບແນວຄິດ-ຫາງສຽງສັງຄົມດ້ານດີ, ທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ, ເຮັດໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນທີ່ບໍ່ຫວັງດີ. ສືບຕໍ່ຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃຫ້ພະນັກງານຫຼັກແຫຼ່ງ, ນໍາພາ-ຄຸ້ມຄອງຂັ້ນແຂວງ ແລະ ຂັ້ນເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງແຂວງຢ່າງກວ້າງຂວາງ, ເຊິ່ງໃນປັດຈຸບັນທົ່ວແຂວງພວມສຸມໃສ່ຈັດຕັ້ງປະຕິບັດ ມາດຕະການປ້ອງກັນ ໂຄວິດ 19 ດ້ວຍຄວາມຮັບຜິດຊອບສູງ; ໃນກອງປະຊຸມຍັງໄດ້ຍົກໃຫ້ເຫັນສະພາບຫາງສຽງ-ສັງຄົມ ທີ່ເກີດຂຶ້ນຢູ່ພາຍໃນແຂວງ ເຊິ່ງມີທັງດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້, ເຊິ່ງຄະນະພັກແຕ່ລະຂັ້ນຈະໄດ້ພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າ ແລະ ສືບຕໍ່ແກ້ໄຂບັນຫາທີ່ຫຍໍ້ທໍ້ໃຫ້ໝົດໄປ; ນອກຈາກນີ້ຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ຍັງໄດ້ປະກອບຄວາມຄິດເຫັນໃສ່ບົດລາຍງານ ແລະ ຊອກຫາວິທີການແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ທັນເວລາ.
ໃນຕອນທ້າຍທ່ານ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ທ່ານໄດ້ແນະນໍາໃຫ້ບັນດາຄະນະເກັບກໍາຫາງສຽງສັງຄົມ ໃຫ້ມີຄວາມຮັບຜິດຊອບສູງ, ໃຫ້ເອົາໃຈໃສ່ແທ້ບໍ່ໃຫ້ຖືກເບົາ, ເພື່ອຕິດຕາມ, ກວດກາ ແລະ ເກັບກໍາຫາງສຽງສັງຄົມທີ່ເກີດຂຶ້ນ, ແລ້ວລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ; ຖ້າຫາກວ່າມີຫາງສຽງເກີດຂຶ້ນຢູ່ພະແນກການໃດ, ແມ່ນມອບໃຫ້ຄະນະພັກຢູ່ພະແນກການນັ້ນເປັນເຈົ້າການແກ້ໄຂ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.
ໂດຍ: ສີຍອງ ພອນທະຈັນ
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 81 |
![]() | ມື້ວານນີ້ | 47 |
![]() | ອາທິດນີ້ | 171 |
![]() | ເດືອນນີ້ | 368 |
![]() | ທັງໝົດ | 138745 |