ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຄະນະໂຄສະນາອົບຮົມແຂວງເຜີຍແຜ່ເຊື່ອມຊືມເອກະສານໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ

   ຕອນເຊົ້າວັນທີ 5 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຈັດພິທີເຜີຍແຜ່ເຊື່ອມຊືມເອກະສານທີ່ສໍາຄັນຂອງພັກ ໃຫ້ແກ່ພະນັກງານພາຍໃນຂອງຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ  ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມທັງໝົດ

20 ສະຫາຍ; ຍິງ 9 ສະຫາຍ; ການເຜີຍແຜ່ເຊື່ອມຊຶມໃຊ້ເວລາ 1 ຕອນ.ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີດັ່ງນີ້: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ XI ແລະ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 387/ ຄລສພ, ລົງວັນທີ 16 ມິຖຸນາ 2023 ວ່າດ້ວຍການກະກຽມ ແລະ ສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ. ການເຊື່ອມຊຶມເອກະສານໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານມີຄວາມຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນຕໍ່ແນວທາງການປ່ຽນແປງໃໝ່ຂອງການຊີ້ນໍາ-ນໍາພາຂອງພັກ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ເປັນການກະກຽມຄວາມພ້ອມເພື່ອເຄື່ອນໄຫວຈັດຕັ້ງປະຕິບັດຄໍາສັ່ງດ່ງກ່າວໃຫ້ສອດຄ່ອງ, ແທດເຖິງຕົວຈິງ ແລະ ມີປະສິດທິຜົນສູງ.

ໂດຍ: ສີຍອງ ພອນທະຈັນ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 14  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155250
ມື້ນີ້ມື້ນີ້15
ມື້ວານນີ້ມື້ວານນີ້76
ອາທິດນີ້ອາທິດນີ້490
ເດືອນນີ້ເດືອນນີ້730
ທັງໝົດທັງໝົດ155250