ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຕິດຕາມ, ຊຸກຍູ້ວຽກງານການເມືອງ-ແນວຄິດ ຢູ່ກຸ່ມບຸນຖິ່ນ ເມືອງຄຳ ແຂວງຊຽງຂວາງ

   ເພື່ອປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະບັບເລກທີ43/ຄປພຂ ລົງວັນທີ 10​ ມີນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການລົງຊຸກຍູ້ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI, ມະຕິກອງປະ ຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຂອງສູນກາງພັກ, 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ມາໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2023 ນີ້, ທີ່ສະໂມສອນກຸ່ມບຸນຖີ່ນ ເມືອງຄໍາ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຂອງສູນກາງພັກ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ຂຶ້້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ສີວັນໄຊ ເພັງສັນຕິ ກຳມະການພັກເມືອງ ເລຂາພັກກຸ່ມບຸນຖີ່ນ. ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ໃຈເພັດ ພີມວົງສາ ກຳມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງໆຄຳ, ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາເລຂາ-ຮອງເລຂາພັກບ້ານ 10 ບ້ານທົ່ວກຸ່ມບຸນຖີ່ນ ແລະພະນັກງານວິຊາການຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.

          ໃນທີ່ປະຊຸມ ສະຫາຍ ສີວັນໄຊ ເພັງສັນຕິ ກຳມະການພັກເມືອງ ເລາຂາພັກກຸ່ມບຸນຖີ່ນ ໄດ້ຂື້ນສະຫຼຸບ-ລາຍງານ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງ V ໂດຍທີ່ທ່ານ ໃຫ້ເຫັນຈຸດດີ-ຈຸດອ່ອນ ແລະບັນດາໝາກຜົນທີ່ຈັດຕັ້ງຜັນຂະຫຍາຍສຳເລັດໃນຫຼາຍດ້ານຄື: ຄະນະພັກອຳນາດການປົກຄອງກຸ່ມ-ບ້ານ ໄດ້ພ້ອມກັນເຊື່ອມຊືມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ VIII ອົງຄະນະພັກແຂວງ, ມະຕິ X ອົງຄະນະພັກເມືອງຄຳ, ເອົນໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຍຸ້ງຍາກດ້ານເສດຖະກິດ ແລະ ບັນຫາຢາເສບຕິດ ແລະບັນດານິຕິກຳຕ່າງໆ ຄະນະພັກໄດ້ເປັນເຈົ້າການໂຄສະນາເຜີຍແຜ່, ບັນດານິຕິກຳຕ່າງໆທີ່ກ້ຽວຂ່ອງ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈຢ່າງກວ້າງຂວາງຢ່າງທົ່ວເຖີງ. ພ້ອມກັນທຳການຜະລິດ, ປູກຝັງ-ລ້ຽງສັດເປັນສີນຄ້າສາມາດນຳພາຄອບຄົວມີຢູ່ມີກິນ, ຫຼຸດໜ້ອຍຖອຍລົງຈາກຄວາມທຸກຍາກເທື່ອລະກ້າວ. ຈາກນັ້ນ,​ ຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນປະກອບຄໍາຄິດເຫັນໃສ່ບັນດາໜ້າວຽກຕ່າງໆ ທີ່ປະຕິບັດຜ່ານມາຢ່າງເປັນຂະບວນການຟົດຝື້ນເພື່ອໃຫ້ບົດສະຫຼຸບສົມບຸນຂື້ນ. ນະໂອກາດດຽວກັນນີ້ ຍັງໄດ້ມີພິທີມອບຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ, ໃຫ້ກັບຄະນະພັກກຸ່ມບຸນຖີ່ນຜົນນງານ 5 ປີ ຈຳນວນ 15 ໜ່ວຍພັກ ແລະໃບຍ້ອງຍໍຜົນງານ 5 ປີ ໄດ້ 06 ບ້ານໂດຍເປັນກຽດຂື້ນມອບຂອງທ່ານ ນາງ ບົວ ສີນາຖາວົງ ຄະນະປະຈຳພັກແຂວງ ແລະ ທ່ານ ເລຂາພັກເມືອງຄຳ, ກ້າວຮັບຂອງທ່ານ ສີວັນໄຊ ເພັງສັນຕິ ພ້ອມດ້ວຍເລຂາພັກບ້ານ 10 ບ້ານ ແລະ ເລຂາ 5 ໜ່ວຍພັກທີ່ຂື້ນກັບກຸ່ມບຸນຖີ່ນ.

      ໃນຕອນທ້າຍ 02 ສະຫາຍ ຄະນະພັກຄະນະນໍາຂັ້ນແຂວງ ແລະຂັ້ນເມືອງ ກໍໄດ້ພັດປ່ຽນກັນຂື້ນໂອ້ລົມພ້ອມທັງໃຫ້ຄຳຄິດເຫັນເຊີ່ງກ່ອນອື້ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຸ່ມບຸນຖີ່ນກໍ່ຄືຕໍ່ຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຂອງສູນກາງພັກ, 2 ວາລະແຫ່ງຊາດ ແລະມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຂອງກຸ່ມເຫັນວ່າປະສົບຜົນສໍາເລັດໃນຫຼາຍດ້ານ. ພ້ອມດຽວກັນນັ້ນ, ຄະນະພັກຄະນະນຳຂັ້ນແຂວງ ແລະຂັ້ນເມືອງ ກໍ່ໄດ້ເນັ້່ນ ແລະຮຽກຮ້ອງບາງບັນຫາຄື ຕັ້ງໜ້າເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ສືບຕໍ່ເປັນເຈົ້າການເຮັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ຮັບປະກັນຄວາມສະຫງົບປອດໄພ, ຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປຸກລະດົມປະຊາຊົນບັດດາເຜົ່າ, ຈົ່ງຕັ້ງໜ້າບຸກບືນດ້ວຍການຫັນການຜະລິດແບບທໍາມະຊາດ ຫັນໃຫ້ກາຍເປັນເສດຖະກິດສິນຄ້າ, ພັດທະນາຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນ ສົ່ງເສີມໃຫ້ລຸກຫຼານໄດ້ເຂົ້າໂຮງຮຽນ ໃນເກນອາຍຸໃຫ້ຄົບຖ້ວນ, ລົບລ້າງການກືກໜັງສື, ໂຄສະນາຊວນເຊື່ອບໍໃຫ້ເຊື່ອຖືງົມງວາຍ ຫຼື ມີການປະພືດທີ່ຜິດເຂວກັບວັດທະນະທໍາໄໝ່ຂອງພວກເຮົາ, ຫຼີກລຽງການມົ້ວສຸມກັບສີ່ງເສບຕິດ, ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ຖືກມອບໝາຍໃຫ້ສູງຂື້ນ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆຂອງພັກ-ລັດ ໃຫ້ມີຜົນ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ( ແກ່ນສີ ແກ້ວມະນີວົງ)

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155255
ມື້ນີ້ມື້ນີ້20
ມື້ວານນີ້ມື້ວານນີ້76
ອາທິດນີ້ອາທິດນີ້495
ເດືອນນີ້ເດືອນນີ້735
ທັງໝົດທັງໝົດ155255