ປູກໝາກຄາຍ ເປັນສິນຄ້າ ຄອບຄົວມີລາຍໄດ້ດີ
ທ້າວ ຄຳແຫວນ ຢ່າຢົງເຢ້ ອາຊີບຄູສອນ ຢູ່ໂຮງຮຽນ ມ.ສ ຕູ້ຢ່າ, ປັດຈຸບັນ ຢູ່ບ້ານນ້ຳກວາງເມືອງໜອງແຮດ ແຂວງຊຽງຂວາງ ລາວມີພື້ນຖານສືບທອດຈາກການເຮັດໄຮ່, ລ້ຽງສັດນໍາພໍ່ແມ່ຕັ້ງແຕ່ຍັງນ້ອຍ. ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງລາວ ທັງເປັນຄູສອນ, ທັງທໍາການຜະລິດໄປພ້ອມ ໂດຍຈັດແບ່ງເວລາກ່ອນຈະໄປການ ແລະ ເລີກການ ລາວປູກຫຍ້າລ້ຽງສັດ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ແຕ່ປານນັ້ນລາຍໄດ້ແຕ່ລະປີ ທຽບກັບການໃຊ້ຈ່າຍພຽງແຕ່ພໍກຸ້ມກິນ ແລະ ບາງປີກໍຂາດເຂີນ. ເພາະລາຍຈ່າຍຫຼາຍກວ່າລາຍຮັບ ສະມາຊິກຄອບຄົວ ມີ 6 ຄົນ ຍິງ 4 ຄົນ, ແຮງງານຕົ້ນຕໍມີແຕ່ 2 ຄົນ.
ເມື່ອເປັນແນວນັ້ນ, ລາວໄດ້ປຶກສາຫາລືນຳຫຼາຍຄົນ ທີ່ເຂົາເຈົ້າມີບົດຮຽນໃນການສ້າງເສດຖະກິດຄອບຄົວ ແລະ ນຳມາສົມທຽບກັບຄວາມອາດສາມາດຂອງຄອບຄົວລາວ, ຜ່ານການຄົ້ນຄວ້າໃນຫຼາຍຊ່ອງທາງ ລາວຈຶ່ງສັງເກດເຫັນວ່າໃນແຕ່ລະປີມີພໍ່ຄ້າຄົນຫວຽດນາມມາຊອກຊື້ງ່າຕົ້ນໝາກຄາຍເພື່ອໄປຈໍາໜ່າຍຢູ່ຫວຽດນາມໃນໄລຍະບຸນປີໃໝ່ຂອງເຂົາເຈົ້າ, ອີກປະການໜຶ່ງ ຕົ້ນໝາກຄາຍເປັນໄມ້ໃຫ້ໝາກເຂດໜາວ,ອີງໃສ່ສະພາບພູມສັນຖານ-ພູມອາກາດເມືອງໜອງແຮດແມ່ນເໝາະສົມ ແລະ ຕົ້ນໝາກຄາຍກໍເປັນຕົ້ນໄມ້ພື້ນເມືອງ ທີ່ປະຊາຊົນເມືອໜອງແຮດ ກໍຄືຫຼາຍທ້ອງຖິ່ນພາຍໃນແຂວງຊຽງຂວາງ ເຄີຍປູກມາແຕ່ດຶກດຳບັນ; ບໍ່ພໍທໍ່ໃດປີ ອົງການປົກຄອງເມືອງໜອງແຮດ ໄດ້ຈັດເທດສະການດອກຄາຍຂຶ້ນ ເພື່ອສົ່ງເສີມການທ່ອງທ່ຽວໃນແຕ່ລະປີ ແລະ 5 ປີໃດສະຫຼອງໃຫຍ່ໜຶ່ງຄັ້ງ ຊຶ່ງເປັນກະຕຸກຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າຫັນມາປູກ-ປົກປັກຮັກສາ ແລະ ບົວລະບັດຕົ້ນໝາກຄາຍ ຕິດພັນກັບການທ່ອງທ່ຽວຂອງເມືອງໜອງແຮດ. ເມື່ອເຫັນໄດ້ທ່າແຮງ ແລະ ກາລະໂອກາດຄືແນວນັ້ນ ທ້າວ ຄຳແຫວນຢ່າ ຈຶ່ງຕັດສິນໃຈປູກຕົ້ນຄາຍເພື່ອເປັນສິນຄ້າ. ໃນເບື້ອງຕົ້ນລາວປູກຈໍານວນໜ້ອຍ ຄວບຄູ່ກັບການບົວລະບັດຮັກສາຕົ້ນຄາຍທີ່ມີແລ້ວຢູ່ຕາມສວນໃກ້ເຮືອນ. 2-3 ປີຕໍ່ມາ ເຫັນວ່າມີຫຼາຍຄົນສົນໃຈມາຂໍຊື້, ຈາກນັ້ນ ລາວຈຶ່ງໄດ້ປູກຕາມຂອບເຂດດິນທີ່ໃຊ້ປູກຫຍ້າໃນເມື່ອກ່ອນ. ຮອດປີ 2016 ລາວປູກຕົ້ນຄາຍໄດ້ ຈຳນວນ 415 ຕົ້ນ ໃນເນື້ອທີ່ 2.200 ຕາແມັດ, ມາເຖິງປັດຈຸບັນ ລາວຂະຫຍາຍຕື່ມ 1.200 ຕົ້ນ ໃນເນື້ອທີ່ 8.000 ຕາແມັດ, ໃນນີ້, ຕົ້ນທີ່ສາມາດຕັດງ່າຂາຍໄດ້ ມີ 130 ຕົ້ນ ສະເລ່ຍ 430.000 ກີບ/ຕົ້ນ ລວມເປັນເງິນ 56 ລ້ານກີບ/ປີ. ນອກຈາກການຂາຍງ່າແລ້ວຍັງ ກ້າເບັ້ຍຂາຍໄດ້ປີລະ 2.000 ເບັ້ຍ ລາຄາ 6.000 ກີບ/ເບັ້ຍ ເປັນເງິນ 12 ລ້ານກີບ/ປີ; ລວມລາຍຮັບຈາກການຂາຍງ່າ ແລະ ເບັ້ຍໄດ້ 68 ລ້ານກີບ/ປີ ສະເລ່ຍໃສ່ຄົນໃນຄອບຄົວໄດ້ປະມານ 11 ລ້ານກວ່າກີບ/ຄົນ/ປີແຕ່ລະປີ ໃນໂອກາດທີ່ເມືອງໜອງແຮດຈັດງານເທດສະການດອກຄາຍປະຈຳປີ ລາວໄດ້ຄັດເລືອກຕົ້ນຄາຍທີ່ມີຄວາມງາມທີ່ສຸດໄປຊ່ວຍປະດັບພິທີທາງການ ແລະ ເອົາໄປວາງສະແດງໃຫ້ແຂກໄດ້ຊົມມູນຄ່າບໍ່ຕ່ຳກ່ວາ 2 ລ້ານກີບ/ຄັ້ງ.
ທ້າວ ຄຳແຫວນ ຢ່າຢົງເຢ້ ໄດ້ເລົ່າວິທີການຄັດເລືອກແກ່ນເພື່ອມາກ້າເບັ້ຍເພື່ອເປັນບົດຮຽນໃຫ້ກັບຜູ້ສົນໃຈປູກຕົ້ນໜາກຄາຍວ່າ: ເຖິງລະດູໝາກຄາຍສຸກ ຕ້ອງຄັດເອົາໜ່ວຍທີ່ຕຶງດີ ບໍ່ມີແມງເຈາະ, ແລ້ວນຳມາບົ່ມໃຫ້ເນື້ອເປື່ອຍ ຈາກນັ້ນລ້າງເນື້ອອອກໃຫ້ໝົດ ນຳມາຕາກໃຫ້ແຫ້ງປະມານ 2-3 ມື້ ແລ້ວເກັບຮັກສາໄວ້ ຮອດເດືອນທັນວາ ຫາ ເດືອນມັງກອນ ຈຶ່ງກ້າເບັ້ຍ, ການກ້າເບັ້ຍແມ່ນນຳແກ່ນມາຜ່າກາບແຂງອອກ ເອົາສະເພາະໃນອ່ອນມາກ້າໃສ່ໜານໄລຍະ 15-20 ມື້ ແກ່ນຈະງອກເປັນຈາວອ່ອນ ແລ້ວຈຶ່ງນຳມາໃສ່ເບົ້າຖົງຢາງທີ່ກຽມໄວ້ ຫົດນ້ຳປົກກະຕິແຕ່ບໍ່ໃຫ້ຫົດຫຼາຍເກີນໄປ, ຈາກນັ້ນໃຫ້ສືບຕໍ່ບົວລະບັດຮັກສາ ເມື່ອຕົ້ນຄາຍໃຫຍ່ສູງປະມານ 50-70 ຊມ ສາມາດຍ້າຍອອກໄປປູກໃສ່ຂຸມທີ່ກຽມໄວ້. ຂຸມທີ່ຈະປູກຕ້ອງມີຂະໜາດຢ່າງໜ້ອຍປະມານ 50x50x50 ຊມ, ໃຊ້ຝຸ່ນຄອກປະສົມດິນ; ພາຍຫຼັງປູກແລ້ວ ຕ້ອງຕິດຕາມບໍ່ໃຫ້ສັດຕູພືດທຳລາຍ, ພູນດິນ-ໃສ່ຝຸ່ນຄອກທຸກໆ 6 ເດືອນ ແລະ ຕັດຫຍ້າບໍ່ໃຫ້ຮົກເຮື້ອເພື່ອບໍ່ໃຫ້ແມງໄມ້ທີ່ເປັນສັດຕູພືດລີ້ຊ້ອນ. ເມື່ອຕົ້ນຄາຍໃຫຍ່ຂຶ້ນຕ້ອງມີການຕັດແຕ່ງກິ່ງງ່າ, ການຕັດແຕ່ງກິ່ງງ່າ ແມ່ນເລີ່ມແຕ່ເດືອນມັງກອນຈົນຮອດເດືອນກັນຍາຂອງທຸກປີ ໂດຍການສັງເກດລັກສະນະຂອງງ່າ ແລະ ຕັດແຕ່ງຕາມຄວາມຕ້ອງການຂອງຕະຫຼາດ. ສໍາລັບແນວພັນແມ່ນເລືອກຕົ້ນທີ່ແຂງແຮງມີດອກໃຫຍ່ (ເລືອກໃນລະດູດອກຄາຍບານ). ຮອດປີທີ 3 ຕົ້ນຄາຍຈະສົມບູນພ້ອມທີ່ຈະໃຫ້ດອກ, ໄລຍະນີ້ສາມາດຕັດຈໍາໜ່າຍຕາມທີ່ລູກຄ້າສັ່ງໄດ້ແລ້ວ. ລາວບອກຕໍ່ວ່າ: ຖ້າຄອບຄົວໃດ ຫາກມີເນື້ອທີ່ດິນເໝາະສົມ ແລະ ມີເງື່ອນໄຂກໍໃຫ້ລອງເອົາບົດຮຽນຂອງລາວໄປທົດລອງນຳໃຊ້, ເພາະວ່າຕົ້ນຄາຍແມ່ນພັນໄມ້ພື້ນເມືອງທົນທານຕໍ່ສະພາບແວດລ້ອມ, ຕົ້ນທຶນຕ່ຳ ແລະ ບໍ່ມີຄວາມສ່ຽງໃດໆ, ຂໍພຽງແຕ່ມີຄວາມດຸໝັ່ນຂະຫຍັ່ນພຽນ, ປະຕິບັດຕາມຂັ້ນຕອນໃນການບົວລະບັດຮັກສາແຕ່ເລີ່ມຕົ້ນຈົນເຖິງໄດ້ຮັບຜົນຜະລິດກໍມີລາຍແລ້ວ. ຖ້າຕົ້ນໃດແກ່ກໍຍິ່ງໄດ້ລາຄາສູງໝາຍວ່າຕົ້ນທີ່ຕັດງ່າຂາຍແລ້ວແມ່ນອີກ 3 ປີຕໍ່ໜ້າຈຶ່ງຈະໄດ້ຕັດຂາຍອີກ. ນີ້ຄືຕົວຢ່າງຂອງພະນັກງານຄູ ທີ່ມີຄວາມດຸໜັ່ນ, ຂະຫຍັນພຽນ, ຮູ້ຈັກໝູນໃຊ້ບົດຮຽນການປູກຝັງຈາກພໍ່-ແມ່ໃນອະດີດ,ແບ່ງເວລາຈາກການສິດສອນ ຄວບຄູ່ກັບການຜະລິດກາຍເປັນສິນຄ້າ ວຽກລັດກໍບໍ່ເສຍ, ວຽກເຮືອນກະໄດ້ ເຮັດໃຫ້ຄອບຄົວມີລາຍຮັບດີຂຶ້ນ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ກາຍເປັນຄອບຄົວຕົວແບບດີເດັ່ນປູກໜາກຄາຍເປັນສິນຄ້າພາຍໃນເມືອງ ໜອງແຮດ ແຂວງຊຽງຂວາງ.
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 30 |
![]() | ອາທິດນີ້ | 64 |
![]() | ເດືອນນີ້ | 1287 |
![]() | ທັງໝົດ | 130698 |