ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຝຶກອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ 4 ປີ 2023

    ວັນທີ 5  ຕຸລາ 2023 ຂະແໜງອົບຮົມໄດ້ເປິດຮຽນສະໜັບສະໜູນພັກໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຢູ່ທີ່ຄະນະໂຄສະນາອົບຮົມແຂວງຊຽງຂວາງໃຫ້ກຽດເຂົ້າຮ່ວມ ພາຍໃຕ້ເປັນປະທານກ່າວເປີດຂອງ ສະຫາຍ ນາງ ພວງພະຈັນ ມູນທະວົງ  ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທັງເປັນຄະນະຮັບຜິດຊອບຊຸດຝຶກອົບຮົມ,  ຄະນະຮັບຜິດຊອບຈາກຄະນະຈັດຕັ້ງແຂວງ ແລະ ມີມະຫາຊົນຜູ້ທີ່ກ້າວໜ້າມາຈາກ 9  ຮາກຖານພັກອ້ອມຂ້າງແຂວງ ມີຈໍານວນ 38 ສະຫາຍ, ຍິງ 20 ສະຫາຍ.

ພິທີດັ່ງກ່າວ ສະຫາຍ ແກ່ນສີ ແກ້ວມະນີວົງ ຮອງຫົວໜ້າຂະແໜງອົບຮົມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປິດຮຽນສະໜັບສະໜູນພັກໃຫ້ມະຫາ ຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ, ມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດ ຊອບຊຸດຝຶກອົບຮົມ, ແຜນການຝຶກອົບຮົມ ແລະ  ຜ່ານກົດລະບຽບບັນຍາຍເນື້ອໃນເອກະສານ 13 ຄຳຖາມ-13 ຄຳຕອບ ແລະ ບາງພຶດຕິກຳທີ່ຕິດພັນກັບເນື້ອໃນຈຳນວນໜຶ່ງຂອງພັກໃຫ້ແກ່ມາຫາຊົນກ້າວໜ້າ ເພື່ອເຮັດໃຫ້ມາຫາຊົນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ ປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂຂອງມາຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວແລ້ວຈະປົກປ້ອງບົດບາດ ແລະ ກຽດສັກສີຂອງພັກຄືແນວໃດ, ພາຍຫຼັງໄດ້ຮັບຟັງການບັນຍາຍແລ້ວມາຫາຊົນກ້າວໜ້າແຕ່ລະສະຫາຍກໍ່ໄດ້ປະກອບຄຳຄິດເຫັນ ແລກປ່ຽນບົດຮຽນນຳມາຫາຊົນດ້ວຍກັນ ແລະ ຄະນະຮັບຜິດຊອບ ພ້ອມທັງຂຽນບົດ ແລະ ຜ່ານບົດຂອງແຕ່ລະສະຫາຍ ເພື່ອເປັນການປະເມີນຜົນໄດ້ຮັບຂອງມາຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ.

          ຕອນທ້າຍ ສະຫາຍ ນາງ ພວງພະຈັນ ມູນທະວົງ  ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໃຫ້ກຽດມອບໃບຢັ້ງຢືນ,  ໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມ  ພິທີດັ່ງກ່າວສະຫາຍຍັງໄດ້ເນັ້ນໜັກໃຫ້ມະຫາຊົນກ້າວໜ້າທຸກສະຫາຍໃນເມື່ອໄດ້ຮັບຮູ້ແລ້ວຈະຕ້ອງໄດ້ທົບທວນຄືນບັນດາບົດຮຽນໃນ 13 ຄຳຖາມ 13 ຄຳຕອບ ທີ່ໄດ້ຜ່ານການບັນຍາຍໃນການຂຶ້ນຫ້ອງຂອງວິທະຍາກອນໄປນັ້ນລ້ວນແຕ່ແມ່ນເນື້ອໃນທີ່ສະມາຊິກພັກຄວນຈະໄດ້ຮູ້, ມີຄວາມສຳນຶກ, ມີສະຕິ, ມີທັດສະນະ, ເປັນແບບຢ່າງ ແລະ ຕັ້ງໜ້າຝືກຝົນຫຼໍ່ຫຼອມຕົນເອງຕາມມາດຖານ, ເງື່ອນໄຂຂອງສະມາຊິກພັກ ເປັນແບບຢ່າງທີ່ດີ, ຖືເອົາກົດລະບຽບຕ່າງໆຂອງພັກເປັນເຂັມທິດເຍືອງທາງໃນການຈັດຕັ້ງປະຕິບັດໜ້າທີວຽກງານຂອງຕົນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.

                                                                    ຂຽນໂດຍ: ຄໍາແຫວນ ຢ່າຢົງເຢ້

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155252
ມື້ນີ້ມື້ນີ້17
ມື້ວານນີ້ມື້ວານນີ້76
ອາທິດນີ້ອາທິດນີ້492
ເດືອນນີ້ເດືອນນີ້732
ທັງໝົດທັງໝົດ155252