ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ມະຕິຕົກລົງ ການເຄື່ອນໄຫວ ຄອຂ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ພັກປະຊາຊົນປະຕິວັດລາວ

ຄະນະປະຈຳພັກແຂວງ                                                                                                                    ເລກທີ   10 /  ຄປພຂ.ຊຂ

                                                                                                                                 ຊຽງຂວາງ, ວັນທີ  21 ມັງກອນ  2020

 

ມະຕິຕົກລົງ

ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ

ຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ.

-          ອີງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ04/ກມສພ, ລົງວັນທີ 21 ມີນາ2014 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມສູນກາງພັກ;

-        ອີງຕາມ ການຕົກລົງເປັນເອກະພາບໃນກອງປະຊຸມຄັ້ງວັນທີ 21 ພະຈິກ 2019 ວ່າດ້ວຍ ການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ;

-        ອີງຕາມ ໜັງສືສະເໜີຂອງຄະນະໂຄສະນາອົບຮົມແຂວງຊຽງຂວາງ ສະບັບເລກທີ 433 / ຄອຂ, ລົງວັນທີ20    ທັນວາ 2019;

 

ຄະນະປະຈຳພັກແຂວງຕົກລົງ:

ໝວດທີ I

ບົດບັນຍັດທົ່ວໄປ

ມາດຕາ 1    ຈຸດປະສົງ.

          ມະຕິຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງດ້ານນິຕິກໍາໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ແນ່ໃສ່ຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃຫ້ມີປະສິດທິຜົນສູງ;

ມາດຕາ 2    ທີ່ຕັ້ງ ແລະພາລະບົດບາດ.

          ຄະນະໂຄສະນາອົບຮົມແຂວງ, ຂຽນຊື່ຫຍໍ້ດ້ວຍຕົວອັກສອນ ( ຄອຂ ) ແມ່ນໂຄງປະກອບກົງຈັກໜຶ່ງຂອງພັກ, ມີຖານະທຽບເທົ່າກັບບັນດາພະແນກການ ແລະ ອົງການຕ່າງໆຂັ້ນແຂວງ ຢູ່ພາຍໃຕ້ການຊີ້ນໍາແລະ ຄຸ້ມຄອງດ້ານຊີວິດການເມືອງຂອງອົງຄະນະພັກແຂວງ ແລະ ພາຍໃຕ້ການຊີ້ນໍາກວດການທາງດ້ານວິຊາການຂອງຄະນະໂຄສະນາອົບຮົມສູນກາງພັກ, ມີພາລະບົດບາດເປັນເສນາທິການດ້ານວຽກງານການເມືອງ-ແນວຄິດໃຫ້ອົງຄະນະພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບວຽກບໍລິຫານ-ຈັດຕັ້ງ, ວຽກຄົ້ນຄວ້າສັງລວມ-ຫາງສຽງສັງຄົມ, ວຽກອົບຮົມ, ວຽກປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່ໃນທົ່ວແຂວງ;

ໝວດທີ II

ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3    ໜ້າທີ່.

ໜ້າທີ່ຂອງ ຄະນະໂຄສະນາອົບຮົມແຂວງ ມີດັ່ງນີ້:

1.        ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ແຈ້ງການ, ບົດແນະນຳ ແລະ ກົດໝາຍຂອງລັດຫັນເປັນອັນລະອຽດເປັນໂຄງການ, ແຜນການ, ເປັນເອກະສານເພື່ອສຶກສາອົບຮົມໃຫ້ເປົ້າໝາຍ ຕ່າງໆ;

2.       ປະຕິບັດແນວທາງ, ມະຕິຂອງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ ກໍ່ຄືການຊີ້ນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະປະຈຳພັກແຂວງ, ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ,ຖ້ອຍທຳນອງບິດເບືອນຂອງສັດຕູ, ກຸ່ມຄົນບໍ່ດີເພື່ອສ່ອງແສງລາຍງານຂັ້ນເທິງເປັນປົກກະຕິເພື່ອໃຫ້ຂັ້ນເທິງມີວິທີການ, ມາດຕະການແກ້ໄຂຢ່າງທັນການ;

3.       ຄົ້ນຄວ້າຈັດຕັ້ງການຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງຂອງພັກວາງອອກໃນແຕ່ລະໄລຍະເພື່ອຝຶກອົບຮົມ ແລະ ບຳລຸງໃຫ້ຄະນະພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນດ້ວຍຫລາຍຮູບຫລາຍສີ;

4.       ມີໜ້າທີ່ຊີ້ນຳ, ແນະນຳ ແລະ ຊຸກຍູ້ຄະນະພັກເມືອງຈັດຕັ້ງຝຶກອົບຮົມເພື່ອເປັນການບຳລຸງຍົກລະດັບຄວາມຮູ້ດ້ານການເມືອງ-ການປົກຄອງຂັ້ນພື້ນຖານໃຫ້ພະນັກງານເຮັດວຽກຢູ່ຮາກຖານບ້ານເປັນຕົ້ນເລຂາໜ່ວຍພັກ, ນາຍບ້ານຜູ້ທີ່ເຮັດວຽກງານອົງການຈັດຕັ້ງມະຫາຊົນ, ແນວໂຮມ ແລະ ຜູ່ສຶບທອດຂອງບ້ານ;

5.       ຈັດຕັ້ງ, ຊີ້ນຳ, ແນະນຳ ແລະ ສ້າງລະບົບຕາໜ່າງນັກໂຄສະນາຢູ່ຂັ້ນແຂວງ, ເມືອງ ແລະ ຮາກຖານບ້ານ ເພື່ອໂຄສະນາປຸກລະດົມ, ອົບຮົມມູນເຊື້ອຕ່າງໆຂອງພັກ, ຂອງຊາດ, ຂອງສາກົນ, ຂອງການປະຕິວັດ, ນ້ຳໃຈສາມັກຄີເປັນເອກະພາບ, ຄວາມດຸຫມັ່ນຂະຫຍັນພຽນ, ຄວາມຫ້າວຫັນກະຕືລືລົ້ນປະຕິບັດແນວທາງການເມືອງຂອງພັກ, ກົດໝາຍຂອງລັດ ຕໍ່ທຸກເປົ້າໝາຍໃນສັງຄົມ;

6.       ປະສານສົມທົບກັບຄະນະພັກເມືອງ ແລະ ຄະນະໂຄສະນາອົບຮົມເມືອງເພື່ອສຶກສາອົບຮົມການເມືອງແນວຄິດໃນອ້ອມຂ້າງເມືອງ ແລະ  ຮາກຖານບ້ານຢ່າງທົ່ວເຖີງ;

7.       ຄົ້ນຄວ້າ-ສະຫຼຸບສັງລວມວຽກງານການເມືອງ-ແນວຄິດ, ຈັດຕັ້ງບໍາລຸງແນະນໍາດ້ານວິຊາການ, ສະໜອງເອກະສານທີ່ຈຳເປັນໃຫ້ຄະນະໂຄສະນາອົບຮົມເມືອງ ແລະ ຂະແໜງການຕ່າງໆອ້ອມຂ້າງແຂວງ;

8.       ຊີ້ນຳ ແລະ ແນະນຳທາງດ້ານການເມືອງ - ແນວຄິດໃຫ້ບັນດາການຈັດຕັ້ງສື່ມວນຊົນໃນການໂຄສະນາຕາມສື່ຕ່າງໆ;

9.       ເຂົ້າຮ່ວມບັນດາໂຄງການຄົ້ນຄວ້າພຶດຕິກຳຂອງພັກ, ສຳມະນາ,  ສະຫຼຸບຖອດຖອນບົດຮຽນສ້າງເປັນເອກະສານທິດສະດີລວມຂອງພັກ;

10.      ມີໜ້າທີ່ພົວພັນ, ຮ່ວມມືແລກປ່ຽນບົດຮຽນກັບຕ່າງແຂວງ ແລະ ຕ່າງປະເທດດ້ານແນວຄິດທິດສະດີ            ແລະ ວິທະຍາສາດ ແຫ່ງການນຳພາການເມືອງ-ແນວຄິດ;

11.      ເຂົ້າຮ່ວມການສໍາມະນາ, ການຝຶກອົບຮົມ ຂອງພາຍໃນ ແລະ ສາກົນທີ່ດຳເນີນຢູ່ພາຍໃນແຂວງ;

12.      ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມກົດໝາຍ ແລະ ລະບຽບການກໍານົດ;

ມາດຕາ 4    ຂອບເຂດສິດ.

1.        ພົວພັນປະສານສົມທົບ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ມີຄຳເຫັນສະເໜີກ່ຽວກັບແຜນການ, ລາຍການ  ແລະ ການປັບປຸງຊັບຊ້ອນບຸກຄະລະກອນ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງໃນຄວາມຮັບຜິດຮັບຊອບຂອງຕົນ;

2.       ມີສິດສ້າງແຜນ ແລະ ຊຸກຍູ້ກວດກາການຈັດຕັ້ງປະຕິບັດ ແຜນການ, ທິດທາງ, ຈຸດໝາຍ ແລະ ຄາດໝາຍສູ້ຊົນລວມດ້ານການເມືອງ- ແນວຄິດ ໃຫ້ບັນດາພະແນກການ, ກົມກອງຂອງແຂວງ  ແລະ  ເມືອງເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;

3.       ມີສິດສະເໜີຄວາມຄິດເຫັນຕໍ່ການນຳຂອງພະແນກການ, ກົມກອງຂອງແຂວງ ແລະ ເມືອງກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ບຸກຄະລະກອນທີ່ເຮັດວຽກງານການເມືອງ-ແນວຄິດ;

4.       ມີສິດເຂົ້າຮ່ວມ ແລະ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ ເພື່ອຄົ້ນຄວ້າອະທິບາຍກ່ຽວກັບວຽກງານການເມືອງ-ແນວຄິດ;

5.       ມີສິດອອກບົດແນະນຳ, ຄຳສັ່ງ, ແຈ້ງການຕ່າງໆກ່ຽວກັບບັນຫາທີ່ນອນຢູ່ໃນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕໍ່ຂັ້ນເມືອງ ແລະ ພະແນກການ, ກົມກອງຂອງແຂວງເພື່ອຈັດຕັ້ງປະຕິບັດ;

6.       ມີສິດຮຽກໂຮມປະຊຸມຂະແໜງການຂອງຕົນ ແລະ ຮຽກໂຮມການສ່ອງແສງລາຍງານສະພາບຫາງສຽງສັງຄົມທີ່ມີຕໍ່ການນຳພາຂອງອົງຄະນະພັກ, ຄະນະພັກຂັ້ນຕ່າງໆ, ອຳນາດການປົກຄອງທຸກຂັ້ນ ແລະ ແຜນການຕ່າງໆຢ່າງເປັນປົກກະຕິ;

7.       ມີສິດຕົກລົງບັນຫາພາຍໃນຄະນະໂຄສະນາອົບຮົມແຂວງເປັນຕົ້ນການນຳພາວຽກງານການເມືອງ-ແນວຄິດ, ການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ, ການບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ, ການປັບປຸງກົງຈັກການຈັດຕັ້ງເສນາທິການຂອງຕົນ, ການປະຕິບັດຂໍ້ກຳນົດລະບຽບການຕ່າງໆ  ແລະ ສະເໜີໃຫ້ຂັ້ນເທິງຂອງຕົນຍ້ອງຍໍຜູ່ທີ່ມີຜົນງານດີເດັ່ນ ແລະ ລົງວິໄນຕໍ່ຜູ່ທີ່ກະທຳຜິດຂອງລັດຖະກອນໃນອົງການຈັດຕັ້ງຂອງຕົນທີ່ກະທຳຜິດຕາມລະບຽບຂອງພັກ, ກົດໝາຍຂອງລັດໄດ້ກໍານົດອອກ;

8.       ມີສິດໄດ້ຮັບຂໍ້ມູນຂ່າວສານດ້ານຕ່າງໆຈາກຄະນະໂຄສະນາອົບຮົມສູນກາງພັກ, ຈາກຄະນະປະຈຳພັກແຂວງ, ຈາກທຸກອົງການ, ພະແນກການຂັ້ນແຂວງ ແລະ ຈາກຄະນະພັກເມືອງ;

9.       ມີສິດສະເໜີແຜນງົບປະມານປະຈຳປີຮ່ວງຕ່າງໆ ເພື່ອສະເໜີຂັ້ນເທິງອານຸມັດ ແລະ ໄດ້ຮັບການຈັດຕັ້ງປະຕິບັດງົບປະມານຂະແໜງການຂອງຕົນໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ໄດ້ຮັບນະໂຍບາຍຕ່າງໆຄືກັບອົງການຂອງພັກ - ລັດອື່ນໆ;

10.      ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ ຫຼື ຕາມກົດໝາຍ ແລະ ລະບຽບການກໍານົດ;

ໝວດທີ III

ໂຄງປະກອບການຈັດຕັ້ງ.

ມາດຕາ 5    ໂຄງປະກອບກົງຈັກ.

                   ໂຄງປະກອບກົງຈັກຂອງຄະນະໂຄສະນາອົບຮົມແຂວງປະກອບມີ:

1.        ຂະແໜງບໍລິຫານ - ຈັດຕັ້ງ;

2.       ຂະແໜງ ຄົ້ນຄວ້າສັງລວມ - ຫາງສຽງສັງຄົມ;

3.       ຂະແໜງ ອົບຮົມ;

4.       ຂະແໜງ ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່.

ມາດຕາ 6    ໂຄງປະກອບບຸກຄະລາກອນ.

                   ໂຄງປະກອບບຸກຄະລາກອນຄະນະໂຄສະນາອົບຮົມແຂວງປະກອບດ້ວຍ:

1.        ຫົວໜ້າຄະນະ 1 ທ່ານເປັນຜູ່ຮັບຜິດຊອບ ຕໍ່ອົງຄະນະພັກແຂວງ ແລະ ເປັນຜູ່ຊີ້ນໍາກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົບ;

                   ໃນກໍລະນີຕິດຂັດຫົວໜ້າຄະນະໂຄສະນາອົບຮົມຕ້ອງມອບສິດໃຫ້ຮອງຫົວໜ້າຄະນະໂຄສະນາ         ອົບຮົມທ່ານໃດທ່ານໜື່ງເປັນຜູ່ຮັກສາການແທນ;

2.       ຮອງຫົວໜ້າຄະນະໂຄສະນາອົບຮົມຈໍານວນໜື່ງ  ຊ່ວຍຫົວໜ້າຄະນະໂຄສະນາອົບຮົມໃນການຊີ້ນໍາຂົງເຂດວຽກງານໃດໜື່ງຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າຄະນະໂຄສະນາອົບຮົມກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງຂົງເຂດວຽກງານທີ່ຕົນເອງຊີ້ນໍາ;        

ຮອງຫົວໜ້າໂຄສະນາອົບຮົມຜູ່ຮັກສາການແທນຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນໃຫ້   ຫົວໜ້າຄະນະໂຄສະນາອົບຮົມ  ພາຍຫຼັງກັບມາປະຈໍາການ, ຫົວໜ້າຂະ    ແໜງ, ຮອງຂະແໜງ ແລະ ລັດຖະກອນ, ວິຊາການຈໍານວນໜື່ງຕາມການກໍາກົດຕໍາແໜ່ງງານ;

                   ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ໂຍກຍ້າຍ ຫຼື ປົດຕໍາແໜ່ງແມ່ນປະຕິບັດຕາມກົດໝາຍ          ແລະ ລະບຽບການທີ່ກໍານົດໄວ້;

ໝວດທີ IV

ໜ້າທີ່ຂອງແຕ່ລະຂະແໜງ

ມາດຕາ 7    ຂະແໜງບໍລິຫານ - ຈັດຕັ້ງ.

                 ໜ້າທີ່ຂອງຂະແໜງບໍລິຫານ-ຈັດຕັ້ງ ມີດັ່ງນີ້:

1.        ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ບົດແນະນຳ ແລະ ກົດໝາຍຂອງລັດຫັນເປັນອັນລະອຽດ, ເປັນໂຄງການ, ແຜນການ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບຂະແໜງຕົນຮັບຜິດຊອບ;

2.       ເປັນໃຈກາງປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ, ພ້ອມມີໜ້າທີ່ຮັບຟັງການລາຍງານສ່ອງແສງສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານຂອງບັນດາຂະແໜງການຂອງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມບັນດາເມືອງ;1,3,4

3.       ສະຫຼຸບ-ສັງລວມກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມແຂວງປະຈຳອາທິດ, ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ ເພື່ອລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກຮັບຊາບຢ່າງເປັນປົກກະຕິ;

4.       ປະສານສົມທົບສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຂອງຫົວໜ້າຄະນະ ແລະຂະແໜງການ, ພະນັກງານ-ລັດຖະກອນເຊັ່ນ:  ບ່ອນເຮັດວຽກ, ສະໜອງວັດຖຸອຸປະກອນເຄື່ອງຮັບໃຊ້ຫ້ອງການ, ຄຸ້ມຄອງພາຫະນະ, ເຄຫາສະຖານ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສຳນັກງານ;

5.       ມີໜ້າທີ່ຮັບໃຊ້ວຽກງານທົ່ວໄປຂອງຄະນະໂຄສະນາອົບຮົມແຂວງເຊັ່ນ:ຂາອອກ-ຂາເຂົ້າ, ແຈກຢາຍ, ເກັບມ້ຽນປົກປັກຮັກສາທຸກໆເອກະສານ, ການພີມ, ອັດເອກະສານ, ພິທີການ ແລະ ອື່ນໆທີ່ກ່ຽວຂ້ອງ;

6.       ຄຸ້ມຄອງພະນັກງານທາງດ້ານຈຳນວນພົນ ແລະ ຄຸນນະພາບ, ການບຳລຸງ-ກໍ່ສ້າງ, ສັບຊ້ອນພະນັກງານ, ຄຸ້ມຄອງການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ;

7.       ມີໜ້າທີ່ສ້າງແຜນງົບປະມານ ແລະ ຄຸ້ມຄອງການນຳໃຊ້ງົບປະມານເຂົ້າໃນວຽກງານຕ່າງໆຂອງຄະນະໂຄສະ ນາອົບຮົມແຂວງ, ສ້າງແຜນຄິດໄລ່ເງິນເດືອນພະນັກງານ-ລັດຖະກອນ, ເງິນບຳນານ ແລະ ເງິນບໍລິຫານຕ່າງໆໃຫ້ຖືກຕ້ອງຕາມລະບຽບຫຼັກການ;

8.       ຈັດຕັ້ງ ແລະ ຕິດຕາມການປ້ອງກັນເວນຍາມ ແລະ ປະຕິບັດລະບຽບຂອງສຳນັກງານ, ກົດໝາຍ ລັດຖະ ກອນຂໍ້ກຳນົດຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ;

9.       ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;

ມາດຕາ 8    ຂະແໜງຄົ້ນຄວ້າສັງລວມ - ຫາງສຽງສັງຄົມ.

                ໜ້າທີ່ຂອງຂະແໜງຄົ້ນຄວ້າສັງລວມ - ຫາງສຽງສັງຄົມ ມີດັ່ງນີ້:

1.        ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ບົດແນະນຳ ແລະ ກົດໝາຍຂອງລັດ

ຫັນເປັນອັນລະອຽດ, ເປັນໂຄງການ, ແຜນການ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບຂະແໜງຕົນຮັບຜິດຊອບ

2.       ມີໜ້າທີ່ຄົ້ນຄວ້າສະຫຼຸບສັງລວມບັນຫາຕ່າງໆທີ່ບັນດາພະແນກການ-ກົມກອງຂອງແຂວງ ແລະ ບັນດາເມືອງ ສ່ອງແສງລາຍງານກ່ຽວກັບວຽກງານການເມືອງ-ແນວຄິດ ເຮັດບົດສະຫຼຸບປະຈຳເດືອນ, 3ເດືອນ, 6ເດືອນ ແລະ 1 ປີ ໃນທົ່ວແຂວງ ເພື່ອລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ;

3.       ມີໜ້າທີ່ເຂົ້າຮ່ວມກອງປະຊຸມຄະນະໂຄສະນາອົບຮົມແຂວງ ແລະ ເຮັດໜ້າທີ່ບັນທຶກກອງປະຊຸມ, ແຈ້ງການ, ຂໍ້ຕົກລົງ, ບົດແນະນຳ, ບົດປາໃສ, ບົດໂອ້ລົມຕ່າງໆຂອງຄະນະປະຈຳພັກແຂວງ ແລະ ຄະນະໂຄສະ ນາອົບຮົມແຂວງ;

4.       ສ້າງບົດສະຫຼຸບ, ແຜນການປະຈຳ 1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີວຽກງານຫາງສຽງສັງຄົມ, ແລ້ວລາຍງານໃຫ້ຄະນະໂຄສະນາອົບຮົມແຂວງ, ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ;

5.         ມີໜ້າທີ່ຄົ້ນຄ້ວາເອກະສານ, ໄຈ້ແຍກເອກະສານຕ່າງໆ ແລະ ຮ່າງເອກະສານຊ່ວຍຄະນະໂຄສະນາອົບຮົມແຂວງ

6.       ມີໜ້າທີ່ກວດກາເອກະສານຕ່າງໆ ເຂົ້າຫາຫົວໜ້າ ແລະ ຄະນະໂຄສະນາອົບຮົມແຂວງ, ມີໜ້າທີ່ພົວພັນກັບພະແນກການ, ກົມກອງຕ່າງໆອ້ອມຂ້າງແຂວງ ແລະ ເມືອງຕໍ່ກັບໜ້າທີ່ວຽກງານຂອງຕົນ;

7.         ຊ່ວຍຄະນະໂຄສະນາອົບຮົມແຂວງໃນການຕິດຕາມ, ເກັບກຳທ່າອ່ຽງແນວຄິດ, ຫາງສຽງສັງຄົມ, ຖ້ອຍທຳ ນອງຂອງສັດຕູ ເພື່ອໂຄສະນາຕອບຕ້ານຢ່າງທັນການ;

8.       ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;

ມາດຕາ 9    ຂະແໜງ ອົບຮົມ.

                ໜ້າທີ່ຂອງຂະແໜງ ອົບຮົມ ມີດັ່ງນີ້:

1.        ຄົ້ນຄວ້າຫັນເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ບົດແນະນຳ, ລະບຽບກົດໝາຍຂອງລັດ ເພື່ອສຶກສາອົບຮົມເປັນຊຸດເປັນໄລຍະ ແລະ ຮຽນເປັນປະຈຳໃຫ້ແກ່ເປົ້າໝາຍຕ່າງໆ;

2.       ຊ່ວຍຄະນະໂຄສະນາອົບຮົມແຂວງຕິດຕາມຊຸດຮຽນຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ, ການຮຽນວິຊາສັງຄົມ, ການເມືອງຢູ່ໂຮງຮຽນສາມັນ, ວິຊາຊີບ ແລະ ວິທະຍາໄລຕ່າງໆພາຍໃນແຂວງ;

3.       ຈັດຕັ້ງ, ແນະນຳ ການບຳລຸງຍົກລະດັບຖັນແຖວພະນັກງານຜູ່ເຮັດວຽກງານການເມືອງ-ແນວຄິດ, ອົບຮົມນາຍບ້ານ, ອົບຮົມຄະນະພັກຮາກຖານ, ຄະນະໜ່ວຍພັກເປັນປົກກະຕິ;

4.       ປະສານສົມທົບກັບ ຄະນະຈັດຕັ້ງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງເປີດຊຸດຝຶກອົບຮົມເປົ້າ    ໝາຍມະຫາຊົນຜູ່ກ້າວໜ້າຂະຫຍາຍເຂົ້າເປັນສະມາຊິກພັກ;

5.       ຊ່ວຍຄະນະໂຄສະນາອົບຮົມແຂວງ ຄົ້ນຄວ້າຈັດຕັ້ງ, ແນະນຳ ແລະ ຊຸກຍູ້ໃຫ້ຄະນະໂຄສະນາອົບຮົມເມືອງຈັດຝຶກອົບຮົມບຳລຸງຍົກລະດັບຄວາມຮູ້ດ້ານການເມືອງໃຫ້ພະນັກງານທີ່ເຮັດວຽກຢູ່ຮາກຖານບ້ານເປັນຕົ້ນແມ່ນເລຂາໜ່ວຍພັກ, ນາຍບ້ານ, ຜູ່ທີ່ເຮັດວຽກງານອົງການຈັດຕັ້ງມະຫາຊົນ, ແນວໂຮມ ແລະ ຜູ່ສຶບທອດຂອງບ້ານ;

6.       ຊີ້ນຳ, ແນະນຳ ດ້ານໂຄງການຫຼັກສູດຕ່າງໆ ໃຫ້ຄະນະໂຄສະນາອົບຮົມເມືອງ ເພື່ອຮັບປະກັນໃຫ້ເນື້ອໃນການຮຽນ-ການສອນມີມາດຖານດີຂຶ້ນ;

7.       ຄັດຈ້ອນ ແລະ ປັບປຸງເອກະສານ ນຳພາແນວຄິດ ໃຫ້ມີຫຼາຍຮູບຫຼາຍສີເພື່ອໃຫ້ເນື້ອໃນກະທັດລັດ ແລະ   ເໝາະສົມກັບການນຳພາແນວຄິດຂອງແຕ່ລະທ້ອງຖິ່ນ;

8.       ຊ່ວຍຄະນະໂຄສະນາອົບຮົມແຂວງ ຕິດຕາມ, ກວດກາ ການຮຽນ-ການສອນ ແລະ ກວດກາຄຸນນະພາບພາຍຫຼັງທີ່ນັກສຳມະນາກອນສຳເລັດຊຸດຝຶກອົບຮົມຂອງເມືອງເພື່ອຮັບປະກັນ 4 ບຸກທະລຸ ທີ່ພັກວາງອອກ;

9.       ສ້າງແຜນການຂອງຕົນໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ເມື່ອສຳເລັດແຜນການຕ້ອງສະຫຼຸບ, ຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດແລ້ວລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກເປັນປະຈຳ;

10.      ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;

 

ມາດຕາ 10    ຂະແໜງ ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່.

                   ໜ້າທີ່ຂອງຂະແໜງ ປາຖະກະຖາ ແລະ ກອງໂຄສະນາເຄື່ອນທີ່ ມີດັ່ງນີ້:

1.        ຄົ້ນຄວ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄຳສ່ັງ, ບົດແນະນຳ ແລະ ກົດໝາຍຂອງລັດຫັນເປັນອັນລະອຽດ, ເປັນໂຄງການ, ແຜນການ, ເອກະສານຕ່າງໆທີ່ກ່ຽວຂ້ອງກັບຂະແໜງຕົນຮັບຜິດຊອບ;

2.       ຈັດຕັ້ງການເຜີຍແຜ່ປາຖະກະຖາແນວທາງນະໂຍບາຍດ້ານຕ່າງໆຂອງພັກ-ລັດ, ມູນເຊື້ອຂອງພັກ, ຂອງຊາດ, ຄຸນສົມບັດຂອງຜູ່ນຳ, ຂອງສາກົນ ເພື່ອຈັດຕັ້ງເປັນຊຸດເປັນໄລຍະຢ່າງເປັນປະຈໍາ;

3.       ກະກຽມເນື້ອໃນເອກະສານປາຖະກະຖາ-ໂຄສະນາເຄື່ອນທີ່ ແລະ ສ້າງແຜນເຄື່ອນໄຫວເພື່ອຊຸກຍູ້ໃຫ້ນັກປາຖະກະຖາ-ໂຄສະນາເຄື່ອນທີ່ ຢູ່ໃນພະແນກການ, ກົມກອງຂອງແຂວງ ແລະ ເມືອງໄດ້ຈັດຕັ້ງປະຕິບັດ;

4.       ຊ່ວຍຄະນະໂຄສະນາອົບຮົມແຂວງ ຕິດຕາມ, ຊຸກຍູ້ ດ້ານເນື້ອໃນສື່ມວນຊົນ ແລະ ປຸກລະດົມ, ໂຄສະນາທາງກ້ວາງໃນໝູ່ມະຫາຊົນ ດ້ວຍຫຼາຍຮູບຫຼາຍສີ ແລະ ຫຼາຍກຳລັງໃນສັງຄົມ;

5.       ເຂົ້າຮ່ວມການສຳມະນາ, ການປາຖະກະຖາຂອງພາຍໃນ ແລະ ສາກົນ ທີ່ດຳເນີນຢູ່ພາຍໃນແຂວງ;

6.       ຈັດຕັ້ງການໂຄສະນາເຄື່ອນທີ່ໂດຍນຳໃຊ້ພາຫານະສື່ມວນຊົນ ເພື່ອປຸກລະດົມຂະບວນການດ້ານຕ່າງໆໃຫ້ເຂົ້າຮ່ວມໃນການຈັດປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດຢ່າງກ້ວາງຂວາງ;

7.       ເປັນເຈົ້າການຕອບແກ້ການໂຄສະນາໃສ່ຮ້າຍປ້າຍສີຂອງສັດຕູ ແລະ ກຸ່ມຄົນບໍ່ດີກໍ່ຂື້ນໂດຍຢຶດໝັ້ນທັດສະນະຂອງພັກປະຊາຊົນປະຕິວັດລາວ;

8.       ຈັດສົ່ງວາລະສານໂຄສະນາ, ວາລະສານອາລຸນໃໝ່, ໃບຂ່າວພາຍໃນຂອງຄະນະໂຄສະນາອົບຮົມສູນກາງພັກ ຕາມເປົ້າໝາຍຕ່າງໆຢ່າງທັນການ;

9.       ສ້າງແຜນການເຄື່ອນໄຫວຂອງຂະແໜງໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ເມື່ອສຳເລັດການຈັດຕັ້ງປະຕິບັດແລ້ວຕ້ອງສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້ຮັບລາຍງານໃຫ້ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກເປັນປະຈຳ;

10.      ປະຕິບັດໜ້າທີ່ວຽກງານອື່ນໆຕາມການມອບໝາຍຂອງຄະນະໂຄສະນາອົບຮົມແຂວງ;

 

ໝວດທີ  V

ຫຼັກການ ແລະ ແບບແຜນວິທີເຮັດວຽກ.

ມາດຕາ 11    ຫຼັກການ.

                   ຄະນະໂຄສະນາອົບຮົມເຄື່ອນໄຫວຕາມຫຼັກການດັ່ງນີ້:

1.        ພົວພັນກັບຄະນະປະຈຳພັກແຂວງແມ່ນ: ການຂໍທິດຊີ້ນຳ, ສ່ອງແສງລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແລະ ສະພາບວຽກງານການເມືອງ - ແນວຄິດ ຢ່າງເປັນປົກກະຕິ;

2.       ພົວພັນກັບຄະນະປະຈຳພັກເມືອງໃນການປຶກສາຫາລືຊຸກຍູ້ກ່ຽວກັບການດຳເນີນວຽກງານການເມືອງ-ແນວຄິດຢູ່ຂັ້ນເມືອງ;

3.       ພົວພັນ ແລະ ປະສານສົມທົບກັບໂຮງຮຽນການເມືອງ-ການປົກຄອງແຂວງ  ດ້ານທິດທາງ, ເນື້ອໃນ, ຄາດໝາຍວຽກງານການເມືອງ - ແນວຄິດ ໃຫ້ເປັນເອກະພາບໃນແຕ່ລະຊຸດຮຽນ;

4.       ພົວພັນກັບຄະນະຈັດຕັ້ງແຂວງແມ່ນສົມທົບໃນການກໍ່ສ້າງ, ບັນຈຸພະນັກງານ, ປັບປຸງກົງຈັກການຈັດຕັ້ງໃນວຽກງານຄະນະໂຄສະນາອົບຮົມຂອງຕົນ;

5.       ພົວພັນກັບປະທານກວດການພັກ-ພະແນກກວດກາລັດແຂວງ ເພື່ອເກັບກຳສະພາບແນວຄິດ, ມີວິທີແກ້ໄຂຢ່າງຖືກຕ້ອງທັນເວລາ, ຮ່ວມມືໃນການສະກັດກັ້ນ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ;

6.       ພົວພັນກັບຄະນະໂຄສະນາອົບຮົມເມືອງ ແລະ ພາກສ່ວນທີ່ເຮັດວຽກງານການເມືອງ-ແນວຄິດຢູ່ບັນດາພະແນກການ, ກົມກອງຂອງແຂວງ ໃນການຊີ້ນຳ, ກະຕຸກຊຸກຍູ້, ແນະນຳວິຊາການ, ແຈ້ງຂ່າວ ແລະ ຮັບການສ່ອງແສງເປັນປົກກະຕິ;

7.       ພົວພັນກັບໂຮງຮຽນວິທະຍາໄລຄູ, ວິຊາຊີບສຶກສາ, ໂຮງຮຽນສາມັນ ໃນດ້ານເນື້ອໃນ, ຫຼັກສູດ, ການຈັດວາງການກຳນົດເວລາຮຽນການເມືອງ ແລະ ຈັດວາງຄູ-ອາຈານ ສິດສອນວິຊາການເມືອງ.

ມາດຕາ 12    ແບບແຜນວິທີເຮັດວຽກ.

1.        ຄະນະໂຄສະນາອົບຮົມແຂວງປະຕິບັດລະບອບເຮັດວຽກເປັນໝູ່ຄະນະສົມທົບແໜ້ນກັບລະບອບຫົວໜ້າດຽວນຳພາ;

2.       ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ;

3.       ແບ່ງງານ, ມອບໝາຍໜ້າທີ່ ແລະ ສິດ ໃຫ້ຈະແຈ້ງ;

4.       ປະຕິບັດລະບອບປະຊຸມ ປຶກສາຫາລື, ລາຍງານ ແລະ ຂໍຄວາມເຫັນ;

5.       ປະສານສົມທົບກັບພະແນກການ, ກົມກອງຂອງແຂວງ ແລະ ເມືອງໃນວຽກງານທີ່ມີສ່ວນກ່ຽວຂ້ອງ;

6.       ປະຕິບັດຫຼັກການທິດສະດີ ຕິດພັນກັບພຶດຕິກຳ, ຫັນລົງຮາກຖານ;

7.       ເຮັດວຽກມີແຜນການ, ມີໂຄງການ, ມີຈຸດສຸມ, ມີການທົດລອງ, ມີການກວດກາ, ມີການສະຫຼຸບ ແລະ ຖອດຖອນບົດຮຽນ;

8.       ດຳເນີນກອງປະຊຸມວິຊາການຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ;

9.       ຄະນະໂຄສະນາອົບຮົມແຂວງ ມີລະບອບປະຊຸມປະຈຳອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ, ຖ້າມີວຽກຈຳເປັນ ອາດປະຊຸມວິສາມັນກໍ່ໄດ້;

ໝວດທີ VI

ບົດບັນຍັດສຸດທ້າຍ

ມາດຕາ 13    ງົບປະມານ ແລະ ຕາປະທັບ.

ຄະນະໂຄສະນາອົບຮົມແຂວງ ມີງົບປະມານ ແລະ ຕາປະທັບ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານທາງລັດຖະການ;

ມາດຕາ 14    ການຈັດຕັ້ງປະຕິບັດ.

          ຄະນະໂຄສະນາອົບຮົມແຂວງ,  ຫ້ອງວ່າການແຂວງ,  ບັນດາພະແນກການ, ກົມກອງຂອງແຂວງ, ບັນດາເມືອງຈົ່ງຮັບຮູ້ ແລະ ປະຕິບັດຕາມມະຕິຕົກລົງສະບັບນີ້ ຢ່າງເຂັ້ມງວດ;

ມາດຕາ 15    ຜົນສັກສິດ.

ມະຕິຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 81 / ຄປພຂ, ລົງ ວັນທີ 13 ພຶດສະພາ 2014 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ, ນິຕິກຳໃດ ທີ່ຂັດກັບມະຕິຕົກລົງ ສະບັບນີ້ລ້ວນແຕ່ຖືກຍົກເລີກ;

 

                                                                   ຄະນະປະຈໍາພັກແຂວງ

                                                                             ເລຂາ           

                                                            (  ສົມບູນ ແລະ ເຊັນແລ້ວ )

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 13  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155258
ມື້ນີ້ມື້ນີ້23
ມື້ວານນີ້ມື້ວານນີ້76
ອາທິດນີ້ອາທິດນີ້498
ເດືອນນີ້ເດືອນນີ້738
ທັງໝົດທັງໝົດ155258