ທ່ານ ບຸນຈັນ ສີວົງພັນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະພັກ, ຄະນະນໍາຂອງແຂວງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໝອກໃນລະຫວ່າງ ວັນທີ 27-28/04/2023.
ໃນການເດີນທາງເຮັດວຽກຄັ້ງນີ້ຄະນະດັ່ງກ່າວໄດ້ຮ່ວມລົງຕິດຕາມ, ໂຄງການຂຸດຄົ້ນແຮ່ຫີນກວາສຢູ່ບ້ານ ປ່າຄາ, ຢ້ຽມຊົມການລ້ຽງງົວທອມ, ການປູກສາລີຂອງປະຊາຊົນບ້ານນາມອນ ແລະ ໄດ້ມອບເຄື່ອງຈໍານວນຫນື່ງໃຫ້ ປະຊາຊົນບ້ານນາມອນ, ທ່ານເຈົ້າແຂວງໄດ້ມີຄໍາເຫັນປຸກລະດົມໃຫ້ປະຊາຊົນຕ້ອງມີຄວາມດຸຫມັ່ນໃນການທໍາການ ຜະລິດເປັນສິນຄ້າ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສຸມໃສ່ຂະຫຍາຍການປູກ, ລ້ຽງ, ສົ່ງເສີມການ ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ເຂັ້ມແຂງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະ ກ້າວ; ໃນຕອນເຊົ້າຂອງວັນທີ 28/4/2023 ຄະນະດັ່ງກ່າວ ໄດ້ເຮັດວຽກງານກັບຄະນະບໍລິຫານງານພັກເມືອງໝອກ ໄດ້ຮັບຟັງການລາຍງານວຽກງານຮອບດ້ານຂອງເມືອງຈາກທ່ານ ບຸນມີ ບຸນຄໍາພາ, ກໍາມະການພັກແຂວງ, ເລຂາ ພັກເມືອງ, ເຈົ້າເມືອງຫມອກ ໂດຍທ່ານໄດ້ຍົກໃຫ້ເຫັນຄະນະບໍລິຫານງານເມືອງຫມອກໄດ້ເປັນເຈົ້າການຊີ້ນໍາ - ນໍາພາການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ແຕ່ລະຂັ້ນເປັນເສນາທິການໃຫ້ແກ່ຄະນະພັກຂັ້ນ ຂອງຕົນລົງເຄື່ອນໄຫວຢ່າງມີປະສິດທິຜົນ; ການລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກເມືອງ, ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວ ຄິດ ທົ່ວປະເທດ ຄັ້ງທີ V.
ໃນໂອກາດດັ່ງກ່າວທ່ານເຈົ້າແຂວງ ກໍມີຄໍາເຫັນຊີ້ນໍາກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນການຈັດຕັ້ງປະຕິບັດຜ່ານມາ ແລະ ທ່ານໄດ້ຊີ້ນໍາໃຫ້ການນໍາເມືອງຕັ້ງຫນ້າເຮັດວຽກງານສຶກສາອົບຮົມການເມືອງ- ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງໃຫ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດຫມາຍຂອງລັດວາງອອກຢ່າງກວ້າງຂວາງ, ເລິກເຊິ່ງ; ເປັນເຈົ້າການເຮັດ ຫນ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໄພ; ປຸກລະດົມປະຊາຊົນສ້າງສາພັດທະນາ ຜະລິດເປັນສິນຄ້າ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເລື່ອຍໆ.
ໂດຍ: ກອງສີ ພາສະຫວັດ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 22 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 497 |
![]() | ເດືອນນີ້ | 737 |
![]() | ທັງໝົດ | 155257 |