ກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ຂອງຢູ່ແຂວງຊຽງຂວາງ ປະຈຳເດືອນ ມັງກອນ ປີ 2023 ໄດ້ໄຂຂຶ້ນໃນວັນທີ 16 ມັງກອນ 2023, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ : ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດຂັ້ນແຂວງ,ເຂົ້າຮ່ວມມີທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຫົວໜ້າຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ, ຮອງເລຂາພັກເມືອງຄຳ, ເມືອງພູກູດ, ຫົວໜ້າຫ້ອງວ່າການປົກຄອງເມືອງແປກ, ຫົວໜ້າຄະນະໂຄສະນາອົບຮົມເມືອງຄຳ, ເມືອງແປກ, ຮອງຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງພູກູດ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 30 ທ່ານ; ຍິງ 10 ທ່ານ.
ກອງປະຊຸມຮັບຟັງການລາຍງານສະພາບຫາງສຽງສັງຄົມທີ່ເກີດຂຶ້ນໃນໄລຍະຜ່ານມາຈາກ ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານຂອງຄະນະພັກແຕ່ລະຂັ້ນ ນັບທັງດ້ານດີທີ່ພົ້ນເດັ່ນ ແລະ ດ້ານຫຍໍ້ທໍ້ຈະຕ້ອງສືບຕໍ່ແກ້ໄຂ, ດ້ານດີໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດຕົນຮັບຜິດຊອບຢ່າງເປັນປົກກະຕິ, ເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມສາມັກຄີເປັນປຶກແຜ່ນ, ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງປຸກລະດົມທຸກພາກສ່ວນເປັນເຈົ້າການໃນການປະກອບສ່ວນເຂົ້າໃນການເປັນເຈົ້າພາບຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ່ XI ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບຢ່າງເປັນຂະບວນການຝົດຟື້ນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າບັນດາຫາງສຽງສັງຄົມດ້ານຫຍໍ້ທໍ້ຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດ ແລະ ທັນເວລາ.
ໃນຕອນທ້າຍທ່ານ ໜໍບີຫາ ຕົ່ງປາວ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມໃຫ້ບັນດາທ່ານຄະນະກຳມະການເກັບກໍາຫາງສຽງສັງຄົມໃຫ້ຖືເອົາວຽກງານຕິດຕາມ ແລະ ເກັບກຳສະພາບຫາງສຽງສັງຄົມ ເປັນວຽກກງານທີ່ສຳຄັນຂອງພັກ, ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ, ເພື່ອກວດກາສະພາບຫາງສຽງທີ່ເກີດຂຶ້ນ, ພົວພັນກັບຂົງເຂດໃດແມ່ນໃຫ້ຂົງເຂດນັ້ນເປັນເຈົ້າການໃນການແກ້ໄຂ.
ໂດຍ: ນາງ ພູຄຳ ພົມມະຈັນ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 17 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 492 |
![]() | ເດືອນນີ້ | 732 |
![]() | ທັງໝົດ | 155252 |