ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ສໍາເລັດກອງປະຊຸມສ່ອງແສງສະພາບຫາງສຽງສັງຄົມ ປະຈຳເດືອນ ຕຸລາ ປີ 2022

         ໃນຕອນເຊົ້າຂອງວັນທີ 17 ຕຸລາ 2022 ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ ຕຸລາ 2022 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ຈັນໄຄ ສຸທິຈັກ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ, ເຂົ້າຮ່ວມກອງປະຊຸມມີທ່ານ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ, ຜູ້ຊ່ວຍວຽກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,    ຫົວໜ້າ-ຮອງຫົວໜ້າຂະແໜງ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 10 ທ່ານ.

       ໃນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານ     ສະພາບແນວຄິດ-ຫາງສຽງສັງ ຄົມ ປະຈໍາເດືອນ 10/2022 ໂດຍຍົກໃຫ້ເຫັນສະພາບແນວຄິດ-ຫາງສຽງສັງຄົມ   ດ້ານດີທີ່ພົ້ນເດັ່ນທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນໃນທົ່ວແຂວງ    ໄດ້ເອົາໃຈໃສ່​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ສະມາຊິກພັກ, ພະນັກ ງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ​ປະຊາຊົນ​ບັນດາ​ເຜົ່າ ເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆທີ່ສໍາຄັນຂອງສູນກາງພັກ, ຂອງລັດຖະບານ, ຂອງແຂວງ ຕິດພັນກັບການສະເຫຼີມສະຫຼອງວັນຄູແຫ່ງຊາດ, ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດງານສົມໂພດພະເຈົ້າອົງຫຼວງ ວັດໄຫຫີນມີໄຊຍະຣາມ, ການສະເຫຼີມສະ ຫຼອງໄຫຫີນເຂົ້າເປັນມໍລະດົກໂລກ ແລະ ກຽມເປັນເຈົ້າພາບທີ່ດີຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ, ຄຽງຄູ່ກັນນັ້ນໄດ້ຍົກໃຫ້ເຫັນຫາງສຽງສັງຄົມດ້ານຫຍໍ້ທໍ້ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ. ໃນກອງປະຊຸມຜູ້ແທນໄດ້ປະກອບຄໍາຄິດ, ຄໍາເຫັນ ຕໍ່ບົດລາຍງານ ກໍ່ຄືຫາງສຽງດ້ານຫຍໍ້ທໍ້ ໂດຍໄດ້ຢັ້ງຢືນວ່າຫາງສຽງສັງຄົມທີ່ເກີດຂຶ້ນ ໂດຍລວມແມ່ນຄວາມເປັນຈິງ, ພ້ອມນີ້ ຄະນະພັກ-ຄະນະນໍາ ຢູ່ແຕ່ລະພາກສ່ວນຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂບັນຫາຕ່າງໆເປັນຕົ້ນແມ່ນການຖືເບົາຕໍ່ການເຮັດວຽກງານການເມືອງ-ແນວຄິດ, ຖືເບົາຕໍ່ການຊີ້ນໍາແກ້ໄຂບັນຫາຫາງສຽງສັງຄົມທີ່ເກີດ ຂຶ້ນ ແລະ ພ້ອມກັນຍົກຫຼາຍບັນຫາ ເພື່ອເປັນທິດທາງໃນການເສີມຂະຫຍາຍດ້ານດີທີ່ພົ້ນເດັ່ນ,    ມີທັດສະນະໃນການຄົ້ນຄວ້າແກ້ໄຂບັນຫາປະ ກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ແຕ່ລະຂົງເຂດວຽກງານ ໃຫ້ທັນເວລາ.

         ໃນຕອນທ້າຍ ທ່ານ ຈັນໄຄ ສຸທິຈັກ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານໃຫ້ໄດ້ຮັບຜົນດີ ໂດຍສະເພາະແມ່ນໃຫ້ຄະນະພັກທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ຕິດພັນກັບການຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທີ່ເກີດຂຶ້ນ ແລະ ເປັນເຈົ້າການແກ້ໄຂຫາງສຽງສັງຄົມທີ່ຕິດພັນກັບຂອບເຂດຄວາມຮັບຜິດຊອບຂອງບັນດາ ພະແນກການຂອງແຂວງ, ເມືອງ ຕິດພັນກັບການປັບປຸງ-ກໍ່ສ້າງພັກ ໃຫ້ມີຄວາມປອດໃສຂາວສະອາດ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບ-ກົດໝາຍຂອງລັດ ແລະ ທັນກັບສະພາບການ.

 

                                                                                                                                   ໂດຍ: ສາຍທອງ ວື່ໄຊຫວັງ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155252
ມື້ນີ້ມື້ນີ້17
ມື້ວານນີ້ມື້ວານນີ້76
ອາທິດນີ້ອາທິດນີ້492
ເດືອນນີ້ເດືອນນີ້732
ທັງໝົດທັງໝົດ155252