ເມື່ອບໍ່ດົນມານີ້ ຄະນະໂຄສະນາອົບຮົມແຂວງ ນໍາໂດຍ ທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຄະນະໂຄສະນາອົບຮົມແຂວງ ສົມທົບກັບ ຄະນະໂຄສະນາອົບຮົມເມືອງໝອກ ໄດ້ນໍາເອົາກອງໂຄສະນາເຄື່ອນທີ່ລົງສາຍຟີມມູນເຊື້ອຂອງພັກ, ຂອງຊາດ ແລະ ສາລະຄະດີຕ່າງໆຢູ່ບ້ານລຽບຕາມຊາຍແດນ ລາວ-ຫວຽດນາມຄື: ນໍ້າຫງາດ ແລະ ບ້ານສາມແຈ 1 ເມືອງໝອກ ແຂວງຊຽງຂວາງ. ໂດຍມີພໍ່ແມ່ປະຊາຊົນ, ບັນດານ້ອງໆນັກຮຽນ, ຊາວໜຸ່ມ, ເຍົາວະຊົນຂອງສອງບ້ານເຂົ້າຮ່ວມຊົມປະມານ 300 ກ່ວາຄົນ.
ຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອຈັດຕັ້ງປະຕິບັດຕາມແຈ້ງການແນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ ແລະ ຄໍາແນະນໍາຂອງ ຄະນະປະຈໍາພັກແຂວງ ສະບັບເລກທີ 07/ຄປພຂ, ລົງວັນທີ 28 ມິຖຸນາ 2022 ວ່າດ້ວຍການຈັດຕັ້ງໂຄສະນາ-ປາຖະກະຖາ ປີສາມັກຄີມິດຕະພາບການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການໂຄສະນາສຶກສາອົບຮົມ, ການເຮັດວຽກງານການເມືອງ-ແນວຄິດກັບການຈັດຕັ້ງປະຕິບັດ ການຜັນຂະຫຍາຍ 2 ວາລະແຫ່ງຊາດຄືການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ບັນຫາຢາເສບຕິດໃຫ້ຖືກຕ້ອງຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດຖະບານໃຫ້ມີຫຼາຍຮູບຫຼາຍສີ, ຫຼາຍແບບ, ມີເນື້ອໃນເລິກເຊິ່ງ ແລະ ທົ່ວເຖິງທຸກເປົ້າໝາຍນັ້ນ ຄະນະໂຄສະນາອົບຮົມແຂວງ (ກອງໂຄສະນາເຄື່ອທີ່)ຈຶ່ງໄດ້ສ້າງແຜນເຄື່ອນໄຫວລົງສາຍຟີມມູນເຊື້ອຂອງພັກ, ຂອງຊາດ ແລະ ສາລະຄະດີຕ່າງໆຢູ່ບ້ານລຽບຕາມຊາຍແດນ ລາວ-ຫວຽດນາມ. ເນື້ອໃນໃນການລົງໂຄສະນາຄັ້ງນີ້ແມ່ນໄດ້ສາຍຟີມ ວິລະກໍາແຫ່ງສາຍພົວພັນຮ່ວມມືຮອບ ລາວ - ຫວຽດນາມ, ຜົນສໍາເລັດຂອງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຜົນຮ້າຍຂອງຢາເສບຕິດ ແລະ ສາລະຄະດີກ່ຽວກັບການຕ້ານການຄ້າມະນຸດ, ກອງພັນທີ່ 2 ຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນຊຽງຂວາງ ນີ້ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ເຍົາວະຊົນ ໄດ້ຮັບຮູ້ເຂົ້າໃຈເຖິງມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງພັກກໍ່ຄືສອງລັດຖະບານ ລາວ ແລະ ຫວຽດນາມ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະຕໍ່ສູ້ປົດປ່ວຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ ທັງເປັນການປຸກລະດົມປະຊາຊົນບັນດາເຜົ່າທີ່ຢູ່ລຽບຕາມຊາຍແດນ ລາວ - ຫວຽດນາມຈົ່ງເພີ່ມຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ, ເຫັນໄດ້ຜົນສໍາເລັດໃນການກໍ່ສ້າງເສັ້ນທາງລົດໄຟຈາກ ສປ ຈີນ ສູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ແມ່ນຍຸດທະສາດແຫ່ງການພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຂອງພັກເຮົາ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ເຍົາວະຊົນຈົ່ງເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເຫັນໄດ້ຜົນຮ້າຍຂອງຢາເສບຕິດທີ່ມີຕໍ່ຊີວິດຮ່າງກາຍ ແລະ ຫ່າງໄກຈາກສິ່ງເສບຕິດຕ່າງໆເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບຫຼີກລຽງຈາກການເກີດມີການຂີ້ລັກງັກແງະ, ການອາລະວາດຕີກັນ ພ້ອມທັງເປັນການປຸກລະດົມທຸກຊັ້ນຄົນໃນສັງຄົມຈົ່ງເປັນເຈົ້າການໃນການປະຕິບັດ 2 ວາລະແຫ່ງຊາດໃນການແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປຈາກສັງຄົມເທື່ອລະກ້າວ. ນອກນີ້ ຍັງປຸກລະດົມເຮັດໃຫ້ບັນດານ້ອງໆນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຫັນໄດ້ຜົນຮ້າຍຂອງການຄ້າມະນຸດ ເພື່ອເປັນບົດຮຽນ, ເປັນຄະຕິເຕືອນໃຈ ບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນທີ່ບໍ່ຫວັງດີໃນການຕົວະຍົວະຫຼອກລວງໃຫ້ໄປເປັນຜູ້ຖືກຄ້າມະນຸດ ເພາະການຄ້າມະນຸດ ແມ່ນບັນຫາອາຊະຍະກໍາທີ່ເກີດຂຶ້ນຢ່າງກວ້າງຂວາງຢູ່ໃນທົ່ວສັງຄົມລາວກໍ່ຄືແຂວງຊຽງຂວາງຂອງພວກເຮົາເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍທີ່ຢູ່ໃນເຂດຊົນນະບົດຜູ້ທີ່ຮູ້ເທົ່າບໍ່ເຖິງການ.
ການນໍາເອົາກອງໂຄສະນາເຄື່ອນທີ່ລົງສາຍຟີມມູນເຊື້ອການພົວພັນຮ່ວມມື ແລະ ສາລະຄະດີຕ່າງໆນັ້ນ; ມັນກໍ່ເປັນຮູບການໂຄສະນາສຶກສາອົບຮົມວຽກງານການເມືອງ-ແນວຄິດທີ່ສໍາຄັນອັນໜຶ່ງ ເຊິ່ງສາມາດເຮັດໃຫ້ຜູ້ຊົມ ໄດ້ສໍາພັດດ້ວຍຕາ, ເຂົ້າໃຈງ່າຍ, ເປັນການໂຄສະນາສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ເຍົາວະຊົນ ໄດ້ຮັບຮູ້ເຂົ້າໃຈຕໍ່ການຊີ້ນໍາ-ນໍາພາຂອງພັກເຮົາໃນໄລຍະໃໝ່, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນຫາອາຊະຍະກໍາຕ່າງໆທີ່ເກີດຂຶ້ນໃນທົ່ວສັງຄົມ, ເປັນການໂຄສະນາ-ປຸກລະດົມໃຫ້ທົ່ວສັງຄົມ ຈົ່ງພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ໝົດໄປຈາກສັງຄົມເຮົາເທື່ອລະກ້າວ ແລະ ຈົ່ງພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.
(ຂ່າວ: ນູຢ່າງ ຢົງມາ)
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 22 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 497 |
![]() | ເດືອນນີ້ | 737 |
![]() | ທັງໝົດ | 155257 |