ກອງປະຊຸມສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ທີ່ເກີດຂຶ້ນຢູ່ແຂວງຊຽງຂວາງປະຈໍາເດືອນ ກັນຍາ 2022 ໄດ້ຂຶ້ນໃນເວລາ 8: 30 ນາທີ ແລະ ປິດລົງໃນເວລາ 11:00 ຂອງວັນທີ 15 ກັນຍາ, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ : ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຫົວໜ້າຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງເຂົ້າຮ່ວມທັງໝົດ 25 ທ່ານ; ຍິງ 7 ທ່ານ.
ເບື້ອງຕົ້ນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານສະພາບຫາງສຽງສັງຄົມທີ່ເກີດຂຶ້ນໃນໄລຍະ ໝຶ່ງ ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານຂອງຄະນະພັກແຕ່ລະຂັ້ນ ດ້ານດີໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດຕົນຮັບຜິດຊອບຢ່າງເປັນປົກກະຕິ, ເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດມີຄວາມສາມັກຄີເປັນປຶກແຜ່ນ, ມີສະຕິເຄົາລົບລະບຽບກົດໝາຍ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງປຸກລະດົມທຸກພາກສ່ວນເປັນເຈົ້າການໃນການປະກອບສ່ວນຕາມຄວາມສາມາດ, ສ້າງຂະບວນການອອກແຮງງານອະນາໄມສະຖານທີ່ຕ່າງໆຢ່າງເປັນຂະບວນການຝົດຟື້ນ ເພື່ອກະກຽມການເປັນເຈົ້າພາບໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ່ XI ທີ່ຈະໄດ້ເປີດຂຶ້ນຢູ່ແຂວງຊຽງຂວາງ ໃນທ້າຍປີ 2022. ຈາກນັ້ນຜູ້ແທນກອງປະຊຸມ ກໍ່ໄດ້ພ້ອມກັນຄົ້ນ ຄ້ວາປະກອບຄຳຄິດຄຳເຫັນຕໍ່ສະພາບຫາງສຽງ-ສັງຄົມທີ່ພົ້ນເດັ່ນ ຕົ້ນຕໍແມ່ນຫາງສຽງຕໍ່: ຂົງເຂດການເມືອງ-ແນວຄິດ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ການນຳພາ ແລະ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ພ້ອມກັນຜ່ານຜ່າສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຂຶ້ນດ້ວຍຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຕໍ່ເນື່ອງ ແລະ ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າບັນດາ ບັນຫາປະກົດການ, ຫາງສຽງສັງຄົມທີ່ຫຍໍ້ທໍ້ດ້ານຕ່າງໆ ເຊິ່ງພາກສ່ວນທີ່ກ່ຽວຂ້ອງແກ້ໄຂແລ້ວ ແລະ ພວມສືບຕໍ່ແກ້ໄຂໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ທັນເວລາ.
ໃນຕອນທ້າຍທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມໃຫ້ບັນດາທ່ານຄະນະກຳມະການເກັບກຫາງສຽງສັງຄົມໃຫ້ຖືເອົາວຽກງານຕິດຕາມ ແລະ ເກັບກຳສະພາບຫາງສຽງສັງຄົມເປັນວຽກກງານທີ່ສຳຄັນຂອງພັກ, ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ, ເພື່ອກວດກາສະພາບຫາງສຽງທີ່ເກີດຂຶ້ນ, ພົວພັນກັບຂົງເຂດໃດແມ່ນໃຫ້ຂົງເຂດນັ້ນເປັນເຈົ້າການໃນການແກ້ໄຂບັນຫາໃຫ້ທັນກັບເວລາ.
ໂດຍ: ນາງ ພູຄຳ ພົມມະຈັນ
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 77 |
![]() | ມື້ວານນີ້ | 47 |
![]() | ອາທິດນີ້ | 167 |
![]() | ເດືອນນີ້ | 364 |
![]() | ທັງໝົດ | 138741 |