ຄະນະໂຄສະນາອົບຮົມແຂວງສົມທົບກັບຄະນະໂຄສະນາອົບຮົມເມືອງຄໍາ ໄດ້ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງຄໍາ ໃນລະຫວ່າງວັນທີ 3-4 ສິງຫາ 2022 ພາຍໃຕ້ການເປັນປະທານຂອງທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງຄໍາ, ມີບັນດານັກສໍາມະນາກອນທີ່ມາຈາກຫ້ອງການ, ກົມກອງອ້ອມຂ້າງເມືອງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງຄໍາ ເຂົ້າຮ່ວມທັງໝົດ 30 ທ່ານ; ຍິງ 7 ທ່ານ.
ໃນການຝຶກອົບຮົມໃນຄັ້ງນີ້ ຕົ້ນຕໍແມ່ນໄດ້ເຜີຍແຜ່ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ,ລົງວັນທີ 10/7/2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່; ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ລົງວັນທີ 31/7/2017 ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 04/ຄລສພ, ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມໃນໄລຍະໃໝ່, ບັນລະຍາຍເອກະສານພ້ອມກັນຄົ້ນຄ້ວາ ແລະ ປະກອບຄໍາເຫັນຕໍ່ບົດຮຽນວຽກງານສັງລວມຫາງສຽງສັງຄົມ ມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ; ບົດທີ 2 ວິທີການເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງແນວຄິດ; ບົດທີ 3 ຕາໜ່າງເພື່ອນຮ່ວມງານ ແລະ ບົດທີ 4 ວຽກງານຄົ້ນຄວ້າສັງລວມ. ໃນການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມ, ໂດຍສະເພາະແມ່ນຫຼັກການ ແລະ ທິດນໍາໃນການເຮັດວຽກງານການເມືອງ-ແນວຄິດ, ຮູ້ໄດ້ຄວາມໝາຍ, ຄວາມສໍາຄັນ ແລະ ຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື, ເປັນການຍົກສູງພາລະບົດບາດ ແລະ ຄວາມສໍາຄັນຂອງຫາງສຽງສັງຄົມຕໍ່ກັບວຽກງານການເມືອງ-ແນວຄິດ ເພື່ອສາມາດເປັນເສນາທິການ ຊ່ວຍຄະນະພັກ, ຄະນະນໍາ, ໃນການນໍາພາແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ. ບັນຍາກາດຂອງການຝຶກອົບຮົມໃນຄັ້ງນີ້ ເຕັມໄປດ້ວຍຄວາມສໍາຄັນ, ມີບັນຍາກາດຟົດຟື້ນດີ, ວິທະຍາກອນ ແລະ ນັກສໍາມະນາກອນ ຍັງໄດ້ມີການຄົ້ນຄ້ວາສົນທະນາແລກປ່ຽນບົດຮຽນຫຼາຍບັນຫາ, ໄດ້ຍົກເອົາພຶດຕິກໍາຕົວຈິງ ທີ່ກ່ຽວຂ້ອງກັບບົດຮຽນເພື່ອແລກປ່ຽນຄໍາຄິດເຫັນ, ເຮັດໃຫ້ນັກສໍາມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງວຽກງານເກັບກໍາຫາງສຽງສັງຄົມຫຼາຍຂຶ້ນ.
ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ແລະ ທ່ານ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງຄໍາ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ໄດ້ມີຄໍາເຫັນເພື່ອເປັນທິດໃນການເຄື່ອນໄຫວ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສໍາມະນາກອນທຸກຄົນເອົາໃຈໃສ່ເກັບກໍາສຽງສຽງທີ່ເກີດຂື້ນຢູ່ພາຍໃນເມືອງ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຖືສໍາຄັນວຽກງານສັງລວມຫາງສຽງສັງຄົມ ແລະ ຮຽກຮ້ອງໃຫ້ບັນດານັກສໍາມະນາກອນທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ນໍາເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີປະສິດທິຜົນສູງ.
ໂດຍ: ສີຍອງ ພອນທະຈັນ
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 490 |
![]() | ເດືອນນີ້ | 730 |
![]() | ທັງໝົດ | 155250 |