ເປີດຊຸດຝຶກອົບຮົມໃຫ້ແກ່ຄະນະກຳມະການເກັບກຳຫາງສຽງສັງຄົມຢູ່ເມືອງພູກູດ
ໃນວັນທີ 7-8 ມິຖຸນາ 2022 ທີ່ສະໂມສອນຫ້ອງວ່າການ ເມືອງພູກູດ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊິ່ງມີນັກສຳມະນາກອນທີ່ເປັນຄະນະກຳມະການເກັບກຳຫາງສຽງສັງຄົມ ເມືອງພູກູດ ທີ່ສັງກັດຢູ່ບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງ ເຂົ້າຮ່ວມທັງໝົດ 43 ສະຫາຍ, ຍິງ 11 ສະຫາຍ.
ເອກະສານທີ່ນໍາມາຝຶກອົບຮົມແມ່ນນໍາໃຊ້ເອກະສານຕາມຫຼັກສູດຂອງ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກຽ່ວກັບວຽກງານຫາງສຽງສັງຄົມ, ບົດທີ 2 ວິທີເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ບົດທີ 3 ຕາໜ່າງເພື່ອນຮ່ວມງານ, ບົດທີ່ 4 ວຽກງານຄົ້ນຄົ້ວສັງລວມ. ນອກນັ້ນຍັງມີເອກະສານທີ່ເປັນນິຕິກຳກຽ່ວພັນກັບວຽກງານຕິດຕາມ, ເກັບກຳຫາງສຽງສັງຄົມຄື: ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ ວ່າດ້ວຍການເພີ່ມທະວີວຽກງານຕິິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ຄຳແນະ ນຳຂອງຄະນະໂຄສະນາອົບຮົມສູນກາງພັກ ເລກທີ 08/ຄອສພ, ວ່າດ້ວຍການເພີ່ມທະວີວຽກງານຕິິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່. ການຝຶກອົບຮົມໄດ້ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງຂື້ນບັນຍາຍເອກະສານ ແລະ ມີການຄົ້ນຄ້ວາສົນທະນາ, ແລກປຽ່ນບົດຮຽນຫຼາຍບັນຫາທີ່ກຽ່ວຂ້ອງກັບບົດຮຽນ ພ້ອມດຽວກັນນັ້ນນັກສໍາມະນາກອນຍັງໄດ້ຍົກເອົາພຶດຕິກຳ, ຫາງສຽງສັງຄົມທີ່ເກີດຂື້ນໃນຕົວຈິງເພື່ອແລກປຽ່ນຄໍາຄິດຄໍາເຫັນສົມທຽບກັບບົດຮຽນ ເຮັດໃຫ້ມີຄວາມຮັບຮູ້ເຂົ້າໃຈແຕ່ລະບັນຫາຈະແຈ້ງດີ.
ໃນຕອນທ້າຍຂອງການຝຶກອົບຮົມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສຳມະນາກອນທຸກຄົນເອົາໃຈໃສ່ໃນການເກັບກຳຫາງສຽງສັງຄົມທີ່ເກີດຂື້ນຢູ່ໃນສັງຄົມກໍ່ຄືຢູ່ເມືອງພູກູດ ແລະ ເກີດຂຶ້ນຢູ່ທ້ອງຖິ່ນຕ່າງໆ ທີ່ພົວພັນເຖິ່ງການຊີ້ນຳ-ນຳພາ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ວຽກງານຕົ້ນຕໍແມ່ນ ພາລະບົດບາດ, ສິດ, ໜ້າທີ່, ພ້ອມກັນຍົກສູງຄວາມຮັບຜິດຊອບເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ. ການລາຍງານສ່ອງແສງສະພາບຫາງສຽງສັງຄົມແມ່ນ ວຽກໜຶ່ງທີ່ມີບົດບາດຄວາມສໍາຄັນເປັນຢ່າງຍິ່ງຕໍ່ການນໍາພາ-ຄຸ້ມຄອງຂອງຄະນະພັກທຸກຂັ້ນ, ຕ້ອງໄດ້ເຮັດເປັນປົກກະຕິ, ຕໍ່ເນື່ອງໃຫ້ຖືເປັນໜ້າທີ່ອັນສໍາຄັນເຊິ່ງຕ້ອງໄດ້ປະຕິບັດໃຫ້ທັນກໍານົດເວລາ, ຊອກຫາວິທີແກ້ໄຂທີ່ສອດຄ່ອງກັບແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ. ພ້ອມທັງນຳເອົາບົດຮຽນໄປຄົ້ນຄ້ວາເຊື່ອມຊຶມໄປໝູນໃຊ້ໃຫ້ແທດເໝາະກັບຕົວຈິງເພື່ອເສີມຂະຫຍາຍດ້ານດີ ແລະ ແກ້ໄຂດ້ານຫຍໍ້ທໍ້, ນຳພາແນວຄິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ.
ຂຽນໂດຍ: ບົວສີ ພັນທະສອນ
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 490 |
![]() | ເດືອນນີ້ | 730 |
![]() | ທັງໝົດ | 155250 |