ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ພິທິປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ

ພິທີໂຄສະນາ - ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮົບ 73

ປີ (20/1/1949 – 20/1/2022) .

ໃນຕອນເຊົ້າວັນທີ 20ມັງກອນ2022 ຢູ່ທີ່ສະໂມສອນໃຫ່ຍຂອງເມືອງໝອກ, ແຂວງຊຽງຂວາງ ຄະນະໂຄສະ ນາອົບຮົມເມືອງໄດ້ຈັດພິທີໂຄສະນາ  -  ປາຖະກະຖາ  ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮົບ 73 ປີ (20 /1/1949 – 20/1/2022) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາ ຂອງທ່ານ ບຸນມີ ບຸນຄຳພາ ກຳມະ ການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງໝອກ,  ມີທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ນາຍ ແລະ ພົນທະຫານ, ນາຍ  ແລະ ພົນຕຳຫຼວດ,  ຫົວໜ້າ,  ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ ເຂົ້າຮ່ວມຮັບຟັງລວມທັງໝົດ 119 ຄົນ, ຍິງ 32 ຄົນ.

          ໃນພິທີ ທ່ານ ບຸນມີ ບຸນຄຳພາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງໝອກ ໄດ້ຫວນຄືນປະ ຫວັດແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ມູນເຊື້ອອັນສະຫງ່າອົງອາດຂອງກອງ ທັບປະຊາຊົນລາວ  ແລະ  ເສີມຂະຫຍາຍມູນເຊື້ອ ກອງທັບປະຊາຊົນລາວເຂົ້າໃນການປົກປັກຮັກສາ ແລະ ສ້າງປະເທດຊາດ, ເວົ້າລວມເວົ້າສະເພາະແມ່ນ  ການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຜູ້ຮັກຊາດ ທີ່ມີຄວາມອົງອາດກ້າຫານ,ບໍ່ຍອມເປັນຂ້ອຍຂ້າມ້າຕ່າງຂອງພວກລ່າເມືອງຂື້ນ,  ມາຮອດວັນທີ 20 ມັງກອນ 1949 ໄດ້ຮັບການສ້າງຕັ້ງກອງທັບລາວອິດສະຫຼະຂື້ນຍ້ອນພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ  ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫ່ຍຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ເຮັດສຳ ເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປານາເປັນ ປະເທດ ສປປລາວ  ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ,  ກອງທັບປະຊາຊົນລາວມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ,  ມີນໍ້າໃຈຕໍ່ສູ້ພິລະອາດຫານ ກ້າແກ່ນໜຽວແໜ້ນມີໄຫວພິບ  ແລະ ປະ ດິດສ້າງ,  ມີນໍ້າໃຈດຸໝັ່ນຂະຫຍັນພຽນ ອອກແຮງງານເພີ່ມພູນຜະລິດຜົນ  ແລະ ປະຢັດມັດທະຍັດ, ກອງທັບປະຊາ ຊົນລາວຍັງໄດ້ສືບຕໍ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດແລະທາດແທ້ປະຊາຊົນໃຫ້ເລິກເຊີ່ງ ແລະ ໜັກແໜ້ນ, ປຸກ ລະດົມທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນເຮົາເຂົ້າຮ່ວມວຽກງານກໍ່ສ້າງຮາກຖານການເມືອງ, ກໍ່ສ້າງກຳລັງຫຼວງ ໃຫ້ມີກຳ ລັງແຮງສູ້ຮົບ, ເປັນຫຼັກແຫຼ່ງ ແລະ ສາມາດຕອບຕ້ານ, ປະກອບພາຫະນະ - ເຕັກນິກ  ທີ່ທັນສະໄໝໃຫ້ແກ່ກົມກອງເຫຼົ່າຣົບ ແລະ ຍົກລະດັບພະນັກງານ.

           ໃນຕອນທ້າຍ  ທ່ານ ບຸນມີ ບຸນຄຳພາ ກຳມະການພັກແຂວງ, ເລຂາພັກເມືອງ,  ເຈົ້າເມືອງ  ເມືອງໝອກ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ,  ສະມາຊິກພັກ ທຸກສະຫາຍ ທີ່ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້  ຈົ່ງມີນໍ້າໃຈຮັກຊາດ, ຮັກລະ ບອບປະຊາທິປະໄຕປະຊາຊົນລາວ, ມີຄວາມສາມັກຄີເປັນປຶກແຜ່ນ,  ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງ ເພທໍາລາຍຂອງສັດຕູ ແລະ  ເປັນເຈົ້າການເຂົ້າຮວ່ມໃນການປະຕິບັດແນວທາງປ້ອງກັນຊາດ  -  ປ້ອງກັນຄວາມສະຫງົບ ທັງນຳເອົາແນວ ທາງ ແລະ ຮໍ່າຮຽນເອົາແບບຢ່າງຄຸນ ສົມບັດສິນທຳປະຕິິວັດຄຸນງາມຄວາມດີບັນດາຜູ້ນຳຮຸ່ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ແລະ ການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ປະສິດທິພາບສູງ.

         

 

 

                                                                                                ພາບ - ຂ່າວ: ຄຳເພັດ ສີປະເສີດ

 

 

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

147665
ມື້ນີ້ມື້ນີ້72
ມື້ວານນີ້ມື້ວານນີ້60
ອາທິດນີ້ອາທິດນີ້127
ເດືອນນີ້ເດືອນນີ້2423
ທັງໝົດທັງໝົດ147665