ຂ່າວ: ເພີ່ມທະວີຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ.
ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແມ່ນໜື່ງໃນບັນດາ 3 ຄໍາຂວັນທີ່ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະບໍລິຫານງານພັກແຂວງວາງອອກໂດຍມີເນື້ອໃນຄໍາຂວັນທີ່ວ່າ: ຍົກສູງຄວາມສາມາດນໍາໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ເສີມຂະຫຍາຍມູນເຊື້ອວິລະຊົນເຂົ້າໃນການພັດທະນາແຂວງໃຫ້ຂະ ຫຍາຍຕົວຕໍ່ເນື່ອງຕາມທິດຍືນຍົງ. ຄວາມສາມັກຄີຈິ່ງເປັນປັດໃຈຕັດສິນໃນການຄົງຕົວ ແລະ ຂະຫຍາຍຕົວຂອງແຂວງ, ຄວາມເປັນເອກະພາບໃນຂະບວນວິວັດແຫ່ງການຕໍ່ສູ້ເພື່ອກໍ່ຕັ້ງ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຊາຊົນບັນດາເຜົ່າໄດ້ມີຄວາມສາມັກຄີ, ປອງດອງກັນເປັນວົງຄະນະຍາດແຫ່ງຊາດລາວເອກະພາບບົດຮຽນໃນປະຫວັດສາດຊີ້ໃຫ້ເຫັນວ່າ ປະຊາຊົນບັນດາເຜົ່າແມ່ນມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມສາມັກຄີເປັນອັນໜື່ງອັນດຽວກັນ, ບໍ່ເກີດຄວາມແຕກແຍກກັນ, ບໍ່ແບ່ງພັກແບ່ງພວກ, ສັງຄົມມີຄວາມສະຫງົບພາຍໃຕ້ການນໍາພາເປັນເອກະພາບຂອງພັກແຕ່ສູນກາງຮອດທ້ອງຖິ່ນ; ໃນທາງກົງກັນຂ້າມໃນເມື່ອສັງຄົມບໍ່ມີຄວາມສະຫງົບ, ບໍ່ມີຄວາມສາມັກຄີ, ການທໍາມາຫາກິນຂອງປະຊາຊົນ ແລະ ການສ້າງສາພັດທະນາແຂວງກໍ່ຈະພົບຄວາມຫຍຸ້ງຍາກ ເພາະສະນັ້ນຄວາມສາມັກຄີຈິ່ງເປັນປັດໃຈພື້ນຖານໃນການຕັດສິນຂອງການຄົງຕົວ ແລະ ຂະຫຍາຍຕົວຂອງແຂວງຊຽງຂວາງພວກເຮົາ.
ເພື່ອເຮັດໃຫ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຄະນະພັກແຕ່ລະຂັ້ນໄດ້ຖືສໍາຄັນການປັບປຸງກົງຈັການຈັດຕັ້ງ, ໃນລະບົບການເມືອງ ແລະ ອໍານາດການປົກຄອງໃນລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ອົງກອນຕ່າງໆ, ແບບແຜນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ, ເສີ່ມຂະຫຍາຍມູນເຊື້ອປະຕິວັດເຂົ້າໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກພວກເຮົາຕ້ອງເອົາໃສ່ບາງບັນຫາດັ່ງນີ້:
ຄະນະພັກແຕ່ລະຂັ້ນເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ເສີ່ມຂະຫຍາຍມູນເຊື້ອປະຕິວັດຂອງພັກໃນການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າ, ບັນດາຊັ້ນຄົນ, ເພດໄວ ແລະ ສາສະໜາ; ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາຂອງຄະນະພັກແຕ່ລະຂັ້ນຕໍ່ວຽກງານການເມືອງ - ແນວຄິດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາອົງການຈັດຕັ້ງສັງຄົມເພື່ອໃຫ້ເຄື່ອນໄຫວໄດ້ຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ, ອອກແຮງໂຄສະນາປຸກລະດົມໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ.
ໂດຍ: ກອງສີ ພາສະຫວັດ
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 490 |
![]() | ເດືອນນີ້ | 730 |
![]() | ທັງໝົດ | 155250 |