ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ເມືອງພູກູຈັດພິທີປາຖະກະຖາວັນສຳຄັນປະຫວັດສາດຂອງພັກ-ຊາດປະຈຳເດືອນ ກໍລະກົດ 2019.

  • ທີ່ເມືອງພູກູດ ຄະນະໂຄສະນາອົບຮົມເມືອງ ຈັດຕັ້ງພິທີປາຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ(13 ກໍລກົດ 1909 – 13 ກໍລະກົດ 2019), ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມືລາວ - ຫວຽດ ຄົບຮອບ 42 ປີ - ວັນສ້າງຕັ້ງສາຍພົວພັນການທູດລາວ  -ຫວຽດນາມ ຄົບຮອບ 52 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ. ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2019 ທີ່ຜ່ານມາຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງພູກູດ ໂດຍການເປັນປະທານຂອງທ່ານ ຄຳປ້ານ ແສນສຸພັນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ (ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ), ມີຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າ, ພະນັກງານ - ລັດຖະກອນ, ທະຫານ, ຕຳຫຼວດ ເຂົ້າຮ່ວມຮັບຟັງທັງໝົດມີ 82 ສະຫາຍ,ຍິງ 53ສະຫາຍ. ກອງປະຊຸມປາຖະກະຖາຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງປະຫວັດ ແລະ ແບບແຜນການດຳລົງຊີວິດ ແລະ ຜົນງານການເຄື່ອນໄຫວຂອງ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນາເຜົ່າ; ຮັບຮູ້ຊື່ອມຊືມຕໍ່ສາຍພົວພັນມິດຕະພາບການຮ່ວມມືລະຫວ່າງ ລາວ - ຫວຽດນາມ, ຮັບຮູ້ເຖິງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງ ແລະ ໄດ້ຮູ້ເຖິງປະຫວັດການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວເຊິ່ງຍາມໃດກຄຽງບ່າຄຽງໄຫຼ່ກັບເພດຊາຍ ຕໍ່ສູ້ກັບສັດຕູຜູ້ຮຸກຮານຈົນໄດ້ຮັບໄຊຊະນະ. ກອງປະຊຸມປາຖະກະຖາໄດ້ດຳເນີນເປັນເວລາ 1 ຕອນ. ເຊິ່ງຕອນທ້າຍພິທີເປັນກຽດຢ່າງສູງ ທ່ານປະທານ ກອງປະຊຸມໄດ້ໂອ້ລົມຕໍ່ພະນັກງານລັດຖະກອນທີ່ເຂົ້າຮ່ວມ ໃຫ້ມີນ້ຳໃຈຮັກຊາດ, ຄວາມສາມັກຄີ, ຮ່ຳຮຽນເອົາຄຸນສົມບັດສີນທຳປະຕິວັດຂອງ ປະທານ ສຸພານຸວົງ ແລະ ໃຫ້ມີຄວາມເປັນຢ່າງໃນການເຄື່ອນໄຫວດຳລົງຊີວິດຕິດພັນກັບການພັດທະນາບ້ານເມືອງໃຫ້ຈະເລີນສີວິໄລ.

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

138741
ມື້ນີ້ມື້ນີ້77
ມື້ວານນີ້ມື້ວານນີ້47
ອາທິດນີ້ອາທິດນີ້167
ເດືອນນີ້ເດືອນນີ້364
ທັງໝົດທັງໝົດ138741