ຄະນະໂຄສະນາອົບຮົມ ແຂວງ ຊຽງຂວາງ ປາຖະກະຖາວັນສໍາຄັນຂອງຊາດ, ຂອງພັກ.
ໃນວັນທີ 1 ກຸມພາ 2017ຜ່ານມາ. ໂຄສະນາອົບຮົມແຂວງ ຊຽງຂວາງ ໄດ້ຈັດປາຖະກະຖາເອກະ ສານວັນສຳຄັນຂອງຊາດ, ຂອງພັກ ຂື້ນທີ່ຫ້ອງ ປະຊຸມໃຫຍ່ຫ້ອງວ່າການ ປົກຄອງແຂວງ, ໂດຍການເປັນ
ປະທານຂອງທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ຊຽງຂວາງ , ເຂົ້າຮ່ວມມີ: ກໍາມະການພັກແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານ - ລັດຖະກອນ, ທະຫານ, ຕໍາຫຼວດພາຍໃນແຂວງ ເຂົ້າຮ່ວມທັງໝົດ 165 ກວ່າຄົນ.
ໃນພິທີທ່ານປະທານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການລະນຶກວັນສາກົນ ແລະ ສັບປະ ດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 17 – 24 ຕຸລາ, ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກ, ທິດ ທາງແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 5 ປີຕໍ່ໜ້າ, ຜົນສຳເລັດຂອງການເປັນທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆທີ່ ສ ປປ ລາວ ເປັນເຈົ້າພາບປີ 2016 ທີ່ຜ່ານມາ. ນອກນີ້ທ່ານຍັງກ່າວເຖິງການພົວ ພັນລະຫວ່າງ ສປປ ລາວ ກັບສະຫະລັດອາເມລິກາ ແລະ ການພົວພັນຂອງສະຫະລັດອາ ເມລິກາກັບ ແຂວງ ຊຽງຂວາງແຕ່ປີ 2011 – 2017 ການ ພັດທະນາພື້ນຖານໂຄງລ່າງປະກອບມີ 14 ໂຄງການມູນຄ່າຂອງການລົງທຶນ 9,436,000 ໂດລາສະຫະລັດ.
ໂດຍ: ກອງສີ ພາສະຫວັດ
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 47 |
![]() | ອາທິດນີ້ | 163 |
![]() | ເດືອນນີ້ | 360 |
![]() | ທັງໝົດ | 138737 |