ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ແລະ ເຮັດວຽກຢູ່ບ້ານຫໍສິມ-ຖໍ້າຜຸກ

 ວັນທີ 18 ພຶດສະພາ 2022 ຄະນະໂຄສະນາອົບຮົມແຂວງຊຽງຂວາງ, ນໍາໂດຍທ່ານ ວັນນະສິນ ຜະລີຈັນ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ສົມທົບກັບຄະນະໂຄສະນາອົບຮົມເມືອງຜາໄຊ ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ແລະ ເຮັດວຽກຢູ່ບ້ານຫໍສິມ-ຖໍ້າຜຸກ (ບ້ານແຮກສ່ຽວ),

ການລົງເຮັດວຽກໃນຄັ້ງນີ້ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດ່າທໍ່ ເລຂາໜ່ວຍພັກ-ນາຍບ້ານໆຫໍສິມ-ຖໍ້າຜຸກ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ດ່າທໍ່ ເລຂາໜ່ວຍພັກ-ນາຍບ້ານ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານຂອງບ້ານໃນໄລຍະ 2 ປີກວ່າຜ່ານມາ. ຈາກນັ້ນ, ໄດ້ມີການປະກອບຄໍາເຫັນ, ສົນທະນາ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານຮອບດ້ານຂອງບ້ານມີການຫັນປ່ຽນໄປໃນທິດທາງທີ່ຕັ້ງໜ້າ, ການເຄື່ອນໄຫວວຽກງານໃຫ້ຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນຖານະເປັນເສນາທິການຊ່ວຍວຽກໃຫ້ແກ່ຄະນະພັກຂັ້ນເທິງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະພັກ-ອົງການປົກຄອງບ້ານ ແລະ ໜ່ວຍງານຊ່ວຍວຽກຂັ້ນບ້ານ ຕິດພັນກັບວຽກງານອົງການຈັດຕັ້ງມະຫາຊົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ.

 ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ທ່ານ ວັນນະສິນ ຜະລີຈັນ ຄະນະພັກ ຮອງຫົວໜ້າຄະນະໂຄສະ ນາອົບຮົມແຂວງ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ອົງການປົກຄອງບ້ານ ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ມີຄໍາເຫັນເນັ້ນໜັກໃຫ້ເອົາໃຈໃສ່ໃນການປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງຜາໄຊ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກບ້ານຫໍສິມ-ຖໍ້າຜຸກ ຕິດພັນກັບການປະຕິບັດໜ້າທີ່ວຽກງານຂອງຄະນະພັກ-ອົງການປົກຄອງບ້ານ ແລະ ໜ່ວຍງານຂັ້ນບ້ານ ໃຫ້ຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອເຮັດໃຫ້ການປະຕິບັດວຽກງານລວມຂອງບ້ານ    ມີຜົນສໍາເລັດເປັນຢ່າງດີ, ຄຽງຄູ່ກັນນັ້ນແມ່ນເອົາໃຈໃສ່ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງຂະຫຍາຍພັກ ແລະ ພ້ອມທັງສຸມໃສ່ທໍາການຜະລິດຕາມລະດູການໃຫ້ທັນເວລາເປັນຕົ້ນແມ່ນການເຮັດນາປີ.

 

 

ໂດຍ: ສາຍທອງ ວື່ໄຊຫວັງ

 

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

147666
ມື້ນີ້ມື້ນີ້73
ມື້ວານນີ້ມື້ວານນີ້60
ອາທິດນີ້ອາທິດນີ້128
ເດືອນນີ້ເດືອນນີ້2424
ທັງໝົດທັງໝົດ147666