ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ກອງໂຄສະນາເຄື່ອນທີ່ ເຄື່ອນໄຫວສາຍຟີມມູນເຊື້ອປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາລະຄະດີ ຢູ່ໂຮງຮຽນ ມສ ໜອງເປັດ

ເມື່ອ​ບໍ່​ດົນ​ມາ​ນີ້ ຄະນະ​ໂຄສະນາ​ອົບຮົມ​ແຂວງ ນໍາ​ໂດຍ ທ່ານ ວັນນະ​ສິນ ຜະ​ລີ​ຈັນ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ພ້ອມ​ດ້ວຍ​ທີ​ມງານຄະນະ​ໂຄສະນາ​ອົບຮົມ​ແຂວງ ສົມທົບ​ກັບ​ ຄະນະ​ໂຄສະນາ​ອົບຮົມ​ເມືອງ​​ແປກ ໄດ້ນໍາ​​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມຮູບ​ເງົາຢູ່​ໂຮງຮຽນ ມສ ໜອງ​​ເປັດ. ​​ໂດຍມີ ບັນດາ​ຄູ​ອາຈານ ​ແລະ ບັນດາ​ນ້ອງ​ໆນັກຮຽນ, ຊາວ​ໜຸ່ມ, ​ເຍົາວະ​ຊົນເຂົ້າ​ຮ່ວມຊົມ 200 ກ່ວາຄົນ.

​       ​ຈຸດປະສົງ​ໃນການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງນີ້​​​ແມ່ນ​ເພື່ອ​ການຈັດ​ຕັ້ງ​ປະຕິບັດ​ ການຜັນ​ຂະຫຍາຍ​ມະຕິ XI ຂອງ​ສູນ​ກາງ​ພັກ, ມະຕິ VIII ​ຂອງ​ອົງຄະ​ນະ​ພັກ​ແຂວງ ​ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ 2 ວາລະ​ແຫ່ງ​ຊາດ. ​ເນື້ອ​ໃນ​ໃນການລົງໂຄສະນາ​ໃນ​ຄັ້ງ​ນີ້​​ແມ່ນ​ໄດ້​ສາຍ​ຝີ​ມ ຜົນ​ສໍາ​ເລັດ​ຂອງ​ການ​ກໍ່ສ້າງ​ເສັ້ນທາງລົດ​ໄຟ​ລາວ-ຈີນ, ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ​ແລະ ສາລະ​ຄະດີ​ກ່ຽວກັບ​ການຕ້ານ​ການ​ຄ້າ​ມະນຸດ ນີ້ກໍ່​ເພື່ອ​ເຮັດ​ໃຫ້ບັນດາຄູ​ອາຈານ ​ແລະ ບັນດານ້ອງ​ນັກຮຽນ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ ໄດ້ຮັບ​ຮູ້​​ເຂົ້າ​ໃຈ​ເຖິງການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະ​ຫ່ວາງ​ສອງ​ພັກ​ກໍ່​ຄື​ສອງ​ລັດຖະບານ ລາວ ​ແລະ ຈີນ ​ໃນ​ການ​ກໍ່​ສ້າງ​ເສັ້ນທາ​ງລົດ​ໄຟ​ຈາກ ສປ ຈີນ ສູ່ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ; ​ແມ່ນຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຂອງ​ພັກ​ເຮົາ, ​ປຸກລະດົມ​ໃຫ້​ນ້ອງ​ນັກ​ຮຽນ, ຊາວ​ໜຸ່ມ​, ເ​ຍົາ​ວະ​ຊົນຈົ່ງ​​ເຊີດ​ຊູນໍ້າ​ໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ​ເຫັນ​ໄດ້ຜົນ​ຮ້າຍ​ຂອງ​ຢາ​ເສບຕິດ​​ທີ່​ມີ​ຕໍ່​ຊີວິດ​ຮ່າງ​ກາຍ ​ແລະ ​ຫ່າງໄກຈາກສິ່ງເສບຕິດຕ່າງໆ​ເພື່ອ​​ເຮັດໃຫ້​ສັງຄົມມີຄວາມ​ສະ​ຫງົບຫຼີກ​ລຽງຈາກ​ການ​​ເກີດ​ມີ​ການຂີ້ລັກງັກ​ແງະ​, ການອາ​ລະວາ​ດຕີ​ກັນ ​ພ້ອມ​ທັງ​ເປັນ​ການ​ປຸກລະດົມ​ທຸກ​ຊັ້ນ​ຄົນ​​ໃນສັງຄົມຈົ່ງ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ 2 ວາລະ​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ໃຫ້​ໝົດ​ໄປຈາກ​ສັງຄົມເທື່ອ​ລະ​ກ້າວ. ນອກ​ນີ້ ​ຍັງປຸກລະດົມເຮັດ​ໃຫ້​ບັນດານ້ອງ​ນັກ​ຮຽນ, ຊາວ​ໜຸ່ມ​, ເ​ຍົາ​ວະ​ຊົນ ​ເຫັນ​ໄດ້ຜົນ​ຮ້າຍ​ຂອງ​ການ​ຄ້າ​ມະນຸດ ​​ເພື່ອ​ເປັນ​ບົດຮຽນ, ​ເປັນ​ຄະຕິ​ເຕືອນ​ໃຈ ​​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ​ໃນ​ການ​ຕົວະ​ຍົວະ​ຫຼອກ​ລວງ​ໃຫ້​ໄປ​ເປັນ​ຜູ້​ຖືກຄ້າ​ມະນຸດ ​ເພາະ​ການ​ຄ້າ​ມະນຸດ ​ແມ່ນ​ບັນຫາ​ອາ​ຊະຍະ​ກໍາ​ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງຢູ່​ໃນທົ່ວ​ສັງຄົມ​ລາວກໍ່​ຄື​ແຂວງ​ຊຽງຂວາງ​ຂອງ​ພວກ​ເຮົາ​ເປັນ​ຕົ້ນ​ແມ່ນ​ແມ່ຍິງ ​ແລະ ​ເດັກ ນ້ອຍ​ຜູ້ທີ່ຮູ້ເທົ່າບໍ່ເຖິງການ.

​ກາ​ນນໍາ​ເອົາ​ກອງ​ໂຄສະນາ​ເຄື່ອນ​ທີ່​ລົງ​ສາຍ​ຟີມ​ມູນ​ເຊື້​ອການພົວພັນຮ່ວມມື ​ແລະ ສາລະ​ຄະດີ​ຕ່າງໆນັ້ນ; ມັນ​​ກໍ່​ເປັນຮູບ​ການ​ໂຄສະນາສຶກສາອົບຮົມວຽກງານ​ການ​ເມືອງ​-​ແນວ​ຄິດທີ່​ສໍາຄັນອັນ​ໜຶ່ງ ​ເຊິ່ງສາມາດເຮັດ​​ໃຫ້​ຜູ້​ຊົມ​ ໄດ້​​ສໍາ​ພັດ​ດ້ວຍ​ຕາ, ​ເຂົ້າ​ໃຈງ່າຍ, ເປັນ​ການ​ໂຄສະນາສຶກສາ​ອົບຮົມໃຫ້ຄູ​ອາຈານ, ບັນດານ້ອງນັກຮຽນ, ຊາວ​ໜຸ່ມ, ​ເຍົາ​ວະຊົນ ​ໄດ້​ຮັບຮູ້​​ເຂົ້າ​ໃຈຕໍ່ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ​ເຮົາ​​ໃນ​ໄລຍະ​​​ໃໝ່, ​ເຂົ້າ​ໃຈຕໍ່​ແນວທາງນະ​ໂຍບາຍຂອງ​ພັກ, ກົດໝາຍ​ຂອງ​ລັດ, ບັນຫາອາຊະຍະກໍາຕ່າງໆທີ່ເກີດຂຶ້ນໃນທົ່ວສັງຄົມ, ເປັນການໂຄສະນາ-ປຸກລະດົມໃຫ້ທົ່ວສັງຄົມ ຈົ່ງພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍະກໍານີ້ໃຫ້ໝົດໄປຈາກສັງຄົມເຮົາ​ເທື່ອລະກ້າວ ແລະ ຈົ່ງ ພ້ອມກັນ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.

(ຂ່າວ: ນູຢ່າງ ຢົງ​ມາ)

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 23  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

147662
ມື້ນີ້ມື້ນີ້69
ມື້ວານນີ້ມື້ວານນີ້60
ອາທິດນີ້ອາທິດນີ້124
ເດືອນນີ້ເດືອນນີ້2420
ທັງໝົດທັງໝົດ147662