ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ແຂວງຊຽງຂວາງ ສໍາເລັດກອງປະຊຸມຫາງສຽງສັງຄົມ.

ໃນຕອນເຊົ້າຂອງວັນທີ 17 ມີນາ 2022 ໄດ້ເປີດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມປະຈໍາເດືອນ ມີນາ 2022 ຂອງຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ, ຊຶ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ, ມີບັນດາທ່ານ ຄະນະກຳມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 10 ທ່ານ.

ໃນກອງປະຊຸມ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານ     ສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະເດືອນ 03/2022 ໂດຍຍົກໃຫ້ເຫັນສະພາບແນວຄິດ-ຫາງສຽງສັງຄົມດ້ານດີທີ່ສ່ອງແສງເຖິງບົດບາດການຊີ້ນໍາ-ນໍາພາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນໃນທົ່ວແຂວງ ໄດ້ເອົາໃຈ ໃສ່​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ​ປະຊາຊົນ​ບັນດາ​ເຜົ່າ ເຮັດໃຫ້ມີຄວາມຮັບຮູ້-ເຂົ້າໃຈ ແລະ ມີຄວາມເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ພ້ອມກັນຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆຂອງຂັ້ນເທິງ ແລະ ໄດ້ຍົກໃຫ້ເຫັນຫາງສຽງສັງຄົມດ້ານຫຍໍ້ທໍ້ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ໃນກອງປະຊຸມຜູ້ແທນໄດ້ປະກອບ     ຄໍາເຫັນຕໍ່ບົດລາຍງານຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງຜັນຂະຫຍາຍດ້ານດີ ແລະ ແກ້ໄຂບັນຫາທີ່ເປັນປະກົດການຫຍໍ້ທໍ້ຂອງສັງຄົມທີ່ເກີດຂຶ້ນ.

ໃນຕອນທ້າຍທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານ, ຕົ້ນຕໍແມ່ນຍົກສູງຄວາມຮັບຜິດຊອບ ໃນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແລະ ເປັນເຈົ້າການແກ້ໄຂຫາງສຽງສັງຄົມ ໃຫ້ທັນເວລາ.

 

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

138739
ມື້ນີ້ມື້ນີ້75
ມື້ວານນີ້ມື້ວານນີ້47
ອາທິດນີ້ອາທິດນີ້165
ເດືອນນີ້ເດືອນນີ້362
ທັງໝົດທັງໝົດ138739