ເມື່ອບໍ່ດົນມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ, ວັນຍຶດອຳນາດທົ່ວປະເທດ ສປປ ລາວ ຄົບຮອບ 78 ແລະ 48 ປີ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂດຍໃຫ້ກຽດເປັນປະທານກອງປະ ຊຸມຂອງສະຫາຍ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ ແລະ ໂດຍການເຂົ້າຮ່ວມຮັບຟັງຂອງ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງ, ພະນັກງານ-ລັດຖະກອນ, ລັດວິສາຫະກິດໃນອ້ອມຂ້າງແຂວງເຂົ້າຮ່ວມຟັງທັງໝົດ 200 ກ່ວາຄົນ, ຍິງ 70 ກ່ວາຄົນ.
ໃນວັນທີ 13 ມັງກອນ 2022 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ນໍາໂດຍ ທ່ານ ວັນນະສິນ ຜະລີຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຄະນະໂຄສະນາອົບຮົມແຂວງສົມທົບກັບຄະນະໂຄສະນາອົບຮົມເມືອງໄດ້ນໍາເອົາກອງໂຄສະນາເຄື່ອນທີ່ລົງສາຍຟີມຮູບເງົາຢູ່ຫ້ອງປະຊຸມຫ້ອງວ່າການເມືອງຜາໄຊ. ມີບັນດາພະນັກງານຫຼັກແຫຼ່ງຂອງເມືອງທີ່ມາເຂົ້າຮ່ວມກອງປະຊຸມໄຂກ້ວາງຂອງອົງຄະນະພັກເມືອງ ແລະ ຈາກນັ້ນກໍ່ໄດ້ລົງໄປຈັດຕັ້ງເຜີຍແຜ່ຢູ່ບ້ານທາງຕື່ມອີກໂດຍການເຂົ້າຮ່ວມຊົມຂອງພໍ່ແມ່ປະຊາຊົນ, ຊາວໜຸ່ມ,
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 21 |
![]() | ມື້ວານນີ້ | 76 |
![]() | ອາທິດນີ້ | 496 |
![]() | ເດືອນນີ້ | 736 |
![]() | ທັງໝົດ | 155256 |