ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຝຶກອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ 3

   ໃນວັນທີ 12 ກໍລະກົດ 2023 ຜ່ານມາຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານກ່າວເປີດຂອງສະຫາຍ ນາງ ພວງພະຈັນ ມູນທະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີຄະນະຮັບຜິດຊອບ ແລະ ມະຫາຊົນຜູ້ທີ່ກ້າວໜ້າມາຈາກ 8 ຮາກຖານພັກອ້ອມຂ້າງແຂວງ ມີຈໍານວນ 30

ສະຫາຍ, ຍິງ 20 ສະຫາຍ.

          ພິທີດັ່ງກ່າວ ນາງ ພວງພະຈັນ ມູນທະວົງ ກໍ່ໄດ້ມີຄຳເຫັນກ່າວເປີດຊຸດຝຶກອົບຮົມຄັ້ງນີ້ເຊິ່ງມີຄວາມໜາຍຄວາມສຳຄັນຫຼາຍກ່ຽວກັບພັກປະຊາຊົນປະຕິວັດລາວ.  ສະນັ້ນ  ບັນດາຄະນະຮັບຜິດຊອບກໍ່ໄດ້ຂຶ້ນບັນຍາຍເອກະ ສານອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ; ເຊິ່ງມີ 13 ຄຳຖາມ 13 ຄຳຕອບ ໃຫ້ມະຫາຊົນຜູ້ກ້າວໜ້າຕ້ອງຮັບຮູ້, ເຂົ້າໃຈປະຫວັດຄວາມເປັນມາ,ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດ ຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກມີຄວາມໝາຍ  ຄວາມສໍາຄັນຫຼາຍເພາະເປັນເອກະສານເບື້ອງຕົ້ນໃນການສ້າງຄວາມຮັບຮູ້-ເຂົ້າ ໃຈຕໍ່ອົງການນໍາພາສູງສຸງກໍຄືພັກປະຊາຊົນປະຕິວັດລາວ ຍາມໃດກໍຢືດໝັ້ນໃນລັດທິມາກ - ເລນິນ, ຖືເອົາແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອັນດີງາມຂອງພັກ ເປັນເຂັມທິດເຍືອງທາງໃນການຈັດຕັ້ງຜັນຂະຫຍາຍແນວທາງ; ມະຫາຊົນຜູ້ກ້າວໜ້າຕ້ອງເຊື່ອມຊືມ, ຮຽນຮູ້ກ່ຽວກັບພັກປະຊາຊົນປະຕິວັດລາວ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ບຸກບືນຮໍ່າຮຽນ, ຄົ້ນຄ້ວາບັນດາແນວທາງ, ນະໂຍບາຍມະຕິ, ຄໍາສັ່ງຂອງພັກ, ເພື່ອສ້າງຄວາມເປັນເອກະພາບດ້ານທິດສະດີ ແລະ ພືດຕິກໍາທີ່ຖືກຕ້ອງ; ຜູ້ທີ່ມາຝຶກຕ້ອງມີຄຸນທາດການເມືອງໜັກແໜ້ນ; ມີຄຸນສົມບັດສິນທໍາປະຕິວັດບົນພື້ນຖານດັ່ງກ່າວມະຫາຊົນຜູ້ກ້າວໜ້າຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ໃຫ້ມີມາດ ຖານເງື່ອນໄຂຄົບຖ້ວນ, ມີຄວາມສະໝັກໃຈເຂົ້າໃນອົງການຈັດຕັ້ງຂອງພັກ ເພື່ອສູ້ຊົນປະຕິບັດວັດຖຸປະສົງ ແລະ ອຸດົມການຂອງພັກຢ່າງສຸດກົກສຸດປາຍ; ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນເພື່ອນໍາພາປວງຊົນທັງຊາດຕໍ່ສູ້ຍາດເອົາເອກະລາດ, ອໍານາດອະທິປະໄຕຂອງຊາດ ແລະ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າມະຫາຊົນຜູ້ກ້າວໜ້າທີ່ຈະເຂົ້າພັກຕ້ອງເປັນບຸກຄົນທີ່ບໍ່ຂັດກັບແນວທາງນະໂຍບາຍ, ມະຕິ ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບໍ່ກະທໍາຜິດຕໍ່ຂໍ້ຫ້າມຂອງລະບຽບພັກປະຊາຊົນປະຕິວັດລາວ.

       ຕອນທ້າຍ ສະຫາຍ ນາງ ພວງພະຈັນ ມູນທະວົງ ກໍໃຫ້ກຽດມອບໃບຢັ້ງຢືນ,  ໂອ້ລົມ ແລະ ກ່າວປິດຊຸດຝຶກອົບຮົມ;  ສະຫາຍໄດ້ໃຫ້ທິດຊີ້ນໍາການຝຶກອົບຮົມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນ, ປະຫັວດຄວາມເປັນມາ, ອຸດົມຄະຕິ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ບົນພື້ນຖານຈະຕ້ອງຝຶກຝົນຕົນເອງ ແລະ ຄວາມຕື່ນຕົວສະໝັກເຂົ້າເປັນສະມາຊິກພັກ; ມະຫາຊົນຜູ້ກ້າວໜ້າແມ່ນບຸກຄົນທີ່ສະມາຊິກພັກ ຄະນະໜ່ວຍພັກໄດ້ຕິດ ຕາມກໍ່ສ້າງ ແລະ ມອບວຽກງານໃດໜື່ງໃຫ້ຮັບຜິດຊອບ, ​ເປັນບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທໍາປະຕິວັດສູງ, ມີແບບແຜນວີທີເຮັດວຽກ,​ ແບບແຜນດໍາລົງຊີວິດທີ່ໂປ່ງໃສຂາວສະອາດ, ເປັນແບບ ຢ່າງນໍາໜ້າໃຫ້ແກ່ມະຫາຊົນຜູ້ອື່ນຕ້ອງມີຄວາມເປັນເອກະພາບສູງກັບແນວທາງນະໂຍບາຍຂອງພັກ, ຝຶກຝົນຕົນເອງໃຫ້ມີຄວາມຮູ້ຄວາມສາມາດມີພອນສະຫວັນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດກຽມ ພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ແລະ ສະຫາຍໄດ້ຮຽກຮ້ອງມາຍັງມະຫາຊົນທຸກຄົນຈົ່ງຍົກສູງຄວາມຮັບຜິດຊອບ, ປົກປ້ອງບົດບາດ, ກຽດສັກສີຂອງພັກ, ​ເພີ່ມທະວີຄວາມສາມັກຄີເປັນຈິດໜື່ງໃຈດຽວກັນເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກລະບອບໃໝ່, ດຸໝັ້ນຂະຫຍັນພຽນໃນການປະຕິບັດໜ້າຂອງຕົນ.                                                                                                                                                                                          

ຂຽນ: ແກ່ນສີ ແກ້ວມະນີວົງ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

155254
ມື້ນີ້ມື້ນີ້19
ມື້ວານນີ້ມື້ວານນີ້76
ອາທິດນີ້ອາທິດນີ້494
ເດືອນນີ້ເດືອນນີ້734
ທັງໝົດທັງໝົດ155254