ໃນລະຫວ່າງ ວັນທີ 16-19 ມັງກອນ 2023 ຄະນະໂຄສະນາອົບຮົມແຂວງ ນໍາໂດຍ ທ່ານ ສອນເພັດ ວອນມາລາ ຫົວໜ້າຂະແໜງໂຄສະນາພ້ອມທີມງານ ໄດ້ສົມທົບກັບພະແນກໂຄສະນາກອງບັນຊາການທະຫານແຂວງ ເຄື່ອນໄຫວໂຄສະນາ-ປາຖະກະຖາ ແລະ ສາຍຟີມມູນເຊື້ອ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບ ຮອບ 74 ປີ ຢູ່ກອງພັນນ້ອຍ 258, ກອງພັນປັດໃຈ ແລະ ກອງບັນຊາການທະຫານແຂວງ, ເຊິ່ງມີບັນດານາຍ ແລະ ພົນທະຫານເຂົ້າຮ່ວມຊົມທັງໝົດ 922 ຄົນ, ຍິງ 63 ຄົນ.
ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວໄດ້ໜູນວຽນບັນຈົບຄົບຮອບອີກວາລະໜຶ່ງຄື: ວັນທີ 20 ມັງກອນ 1949 ເຖິງ 20 ມັງກອນ 2023. ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນທີ່ມີຄວາມໝາຍ, ຄວາມສໍາຄັນ, ມີເນື້ອໃນເລິກເຊິ່ງກວ້າງຂວາງ, ມີຂະບວນຟົດຟື້ນ ແລະ ມີຫຼາຍ ຮູບແບບນັ້ນ; ທີມງານຄະນະໂຄສະນາອົບຮົມແຂວງ ຈຶ່ງໄດ້ສົມທົບກັບພະແນກໂຄສະນາກອງບັນຊາການທະຫານແຂວງຊຽງຂວາງເຄື່ອນໄຫວສາຍຟີມມູນເຊື້ອ ວັນສ້າງຕັ້ງກອງ ທັບປະຊາຊົນລາວ ໃຫ້ແກ່ນາຍ ແລະ ພົນທະຫານໄດ້ຮັບຮູ້ປະຈັກຕາກ່ຽວກັບປະຫວັດການກໍາເນີດຂອງກອງທັບປະຊາຊົນລາວ, ເຫັນໄດ້ຜົນງານ, ໄຊຊະນະເປັນຕົ້ນແມ່ນຜົນງານໄຊຊະນະຂອງແຕ່ລະບັ້ນຮົບຕ່າງໆທີ່ກອງທັບສາມາດຍາດມາໄດ້ໃນເມື່ອກ່ອນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລ ຍະ; ເພື່ອໃຫ້ບັນດານາຍ ແລະ ພົນທະຫານຈົ່ງສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນພິລະອາດຫານ, ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມກໍາລັງຂອງກອງທັບກໍ່ຄືຂອງກົມກອງຕົນເອງໃຫ້ມີຄວາມເຂັ້ມແຂງຢູ່ຕະຫຼອດເວລາ ກຽມພ້ອມທຸກສະຖາ ນະການຕ່າງໆທີ່ຈະສ້າງຄວາມບໍ່ສະຫງົບໃຫ້ແກ່ປະເທດຊາດຂອງພວກເຮົາ.
ວຽກງານປ້ອງກັນຊາດແມ່ນວຽກງານໜຶ່ງທີ່ສໍາຄັນທີ່ສຸດຂອງພັກເຮົາດັ່ງນັ້ນ; ຄະນະໂຄສະນາອົບຮົມແຂວງຈຶ່ງໄດ້ຖືໂອກາດນີ້ເພື່ອເປັນການປຸກລະດົມນາຍ ແລະ ພົນທະຫານຫຸ່ນໜຸ່ມຈົ່ງເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບປອດໄພ, ຕັ້ງໜ້າປະຕິບັດແນວທາງນະໂຍບາຍຂອງພັກວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ສ້າງປະເທດລາວຂອງພວກເຮົາໃຫ້ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.
ຂ່າວ+ພາບ: ທ້າວ ນູຢ່າງ ຢົງມາ
ມີ 21 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 69 |
![]() | ມື້ວານນີ້ | 60 |
![]() | ອາທິດນີ້ | 124 |
![]() | ເດືອນນີ້ | 2420 |
![]() | ທັງໝົດ | 147662 |