ຍິນດີຕ້ອນນຮັບທ່ານເຂົ້າສູ່ເວບໄຊສ ຄະນະໂຄສະນາອົບຮົມແຂວງຊຽງຂວາງ                                                                            

ຄະນະໂຄສະນາອົບຮົມແຂວງ ເຄື່ອນໄຫວລົງສາຍຟີມມູນເຊື້ອກອງທັບປະຊາຊົນລາວ

           ​​ໃນ​ລະຫວ່າງ ວັນ​ທີ 16-19 ມັງກອນ 2023 ຄະນະ​ໂຄສະນາ​ອົບຮົມ​ແຂວງ ນໍາ​ໂດຍ ທ່ານ ສອນ​ເພັດ ວອນ​ມາລາ ຫົວໜ້າ​ຂະ​ແໜງ​ໂຄສະນາພ້ອມ​ທີ​ມງານ​ ໄດ້​ສົມທົບ​ກັບພະ​ແນ​ກ​ໂຄສະນາ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ເຄື່ອນ​ໄຫວ​ໂຄສະນາ-ປາຖະກະຖາ ​ແລະ ສາຍ​ຟີມ​ມູນ​ເຊື້ອ ວັນ​ສ້າງ​ຕັ້ງ​ກອງ ທັບ​ປະຊາຊົນ​ລາວ ຄົບ ຮອບ 74 ປີ ຢູ່​ກອງພັນນ້ອຍ 258, ກອງພັນ​ປັດ​​ໃຈ ​ແລະ ກອງ​ບັນຊາ​ການ​ທະ​ຫານ​ແຂວງ, ​ເຊິ່ງມີ​ບັນ​ດານາຍ ​ແລະ ພົນທະຫານ​ເຂົ້າ​ຮ່ວມ​ຊົມ​ທັງ​ໝົດ 922 ຄົນ, ຍິງ 63 ຄົນ.

        ​ເນື່ອງ​ໃນ​ໂອກາດ ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ​ໄດ້​ໜູນ​ວຽນບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ​ຄື: ວັນ​ທີ 20 ມັງກອນ 1949 ​ເຖິງ 20 ມັງກອນ 2023. ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ​້ງສະ​ເຫຼີ​ມສະຫຼອງ​ວັນ​ທີ່​ມີ​ຄວາມ​ໝາຍ, ຄວາມ​ສໍາຄັນ, ມີ​ເນື້ອ​ໃນ​ເລິກ​ເຊິ່ງກວ້າງ​ຂວາງ​, ​ມີ​ຂະ​ບວນຟົດ​ຟື້ນ ​ແລະ ມີ​ຫຼາຍ ຮູບ​ແບບ​ນັ້ນ; ທີ​ມງານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ ຈຶ່ງ​ໄດ້ສົມທົບ​ກັບພະ​ແນ​ກ​ໂຄສະນາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງຂວາງ​ເຄື່ອນ​ໄຫວ​ສາຍ​ຟີມ​ມູນ​ເຊື້ອ​ ວັນ​ສ້າງ​ຕັ້ງ​ກອງ ທັບ​ປະຊາຊົນ​ລາວ ​ໃຫ້​ແກ່​ນາຍ ​ແລະ ພົນທະຫານ​ໄດ້​ຮັບ​ຮູ້​ປະ​ຈັກ​ຕາ​ກ່ຽວກັບ​ປະຫວັດ​ການ​ກໍາ​ເນີ​ດຂອງ​ກອງທັບ​ປະຊາຊົນ​ລາວ, ​ເຫັນ​ໄດ້ຜົນ​ງານ, ​ໄຊຊະນະ​ເປັນ​ຕົ້ນ​ແມ່ນ​ຜົນງານ​ໄຊຊະນະ​ຂອງ​ແຕ່​ລະ​ບັ້ນ​ຮົບ​ຕ່າງໆ​ທີ່​ກອງທັບ​ສາມາດ​ຍາດ​ມາ​ໄດ້​ໃນ​ເມື່ອ​ກ່ອນ ​ແລະ ການ​ເຕີບ​ໃຫຍ່ຂະຫຍາຍຕົວ​ຂອງ​ກອງທັບ​ປະຊາຊົນ​ລາວ​​ໃນ​ແຕ່ລະ​ໄລ ຍະ; ​ເພື່ອ​​ໃຫ້​ບັນດາ​ນາຍ ​ແລະ ພົນທະຫານ​ຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍ​ທາດ​ແທ້ ​ແລ​ະ ມູນ​ເຊື້ອອັນ​ພິລະ​ອາດ​ຫານ, ຈົ່ງຕັ້ງໜ້າ​ຝຶກຝົນຫຼໍ່​ຫຼອມ​ກໍາລັງ​ຂອງກອງ​ທັບ​ກໍ່​ຄື​ຂອງ​ກົມ​ກອງ​ຕົນ​ເອງ​ໃຫ້​ມີ​ຄວາມເຂັ້ມ​ແຂງຢູ່​ຕະຫຼອດ​ເວລາ ​ກຽມພ້ອມ​ທຸກ​ສະ​ຖາ ນະ​ການ​ຕ່າງໆທີ່ຈະ​ສ້າງ​ຄວາມ​ບໍ່​ສະຫງົບ​ໃຫ້​ແກ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

        ວຽກງານ​ປ້ອງ​ກັນຊາ​ດ​ແມ່ນ​ວຽກງານ​ໜຶ່ງ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ພັກ​ເຮົາ​ດັ່ງ​ນັ້ນ; ຄະນະ​ໂຄສະນາ​ອົບຮົມ​ແຂວງ​ຈຶ່ງ​ໄດ້​ຖື​ໂອກາດ​ນີ້​ເພື່ອ​ເປັນ​ການ​ປຸກລະດົມນາຍ ​ແລະ ພົນທະຫານ​ຫຸ່ນ​ໜຸ່ມ​ຈົ່ງ​ເຊີດ​ຊູ​ນໍ້າ​ໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ມີນໍ້າ​ໃຈ​ເສຍສະຫຼະ​ເພື່ອປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ ​ເພື່ອ​​ເຮັດ​ໃຫ້​ປະ​ເທດ​ຊາດ​ມີ​ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງຢ່າງ​ໜັກ​ແໜ້ນ, ມີ​ຄວາມ​ສະຫງົບ​ປອດ​ໄພ, ຕັ​້ງໜ້າ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ວາງ​ອອກ​ໃນ​ແຕ່ລະ​ໄລຍະ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ສ້າງ​ປະ​ເທດ​ລາວ​ຂອງ​ພວກ​ເຮົາໃຫ້​ກ້າ​ວຂຶ້ນ​ສູ່​ຈຸດ​ໝາຍສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ.

 

                                                                                           ຂ່າວ+ພາບ: ທ້າວ ນູຢ່າງ ຢົງ​ມາ

ວີດີໂອ....

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1119
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

                                                           

 

               

 

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

138731
ມື້ນີ້ມື້ນີ້67
ມື້ວານນີ້ມື້ວານນີ້47
ອາທິດນີ້ອາທິດນີ້157
ເດືອນນີ້ເດືອນນີ້354
ທັງໝົດທັງໝົດ138731