ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ທົ່ວປວງຊົນລາວບັນດາເຜົ່າ ເວົ້າລວມ ເວົ້າສະເພາະ ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ, ພະນັກງານ, ລັດຖະກອນ ແລະ ປະ ຊາຊົນບັນດາເຜົ່າໃນທົ່ວແຂວງ ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະ ຊຸມໃຫຍ່ຂອງອົງຄະນະພັກແຕ່ລະເມືອງ, ການສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ວັນຊາດ 2 ທັນວາ ຄົບຮອບ 47 ປີ, ການປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ການສະເຫຼີມສະຫຼອງໄຫຫີນເຂົ້າເປັນມໍລະດົກໂລກແຫ່ງທີ 3 ຂອງ ສ ປ ປ ລາວ, ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022 ຢ່າງເປັນຂະບວນຟົດຟື້ນ, ເນື່ອງໃນໂອກາດກັບການສະເຫຼີມສະເຫຼີມບຸນປະເພນີກິນຈຽງຂອງເຜົ່າມົ້ງ (ນໍ່ເປເຈົາ) ປະຈໍາປີ 2022 ທີ່ໄດ້ໝູນວຽນມາເຖິງອີກວາລະໜື່ງປີ ຢ່າງເບີກບານມ່ວນຊື່ນ.
ໃນຕອນເຊົ້າຂອງວັນທີ 19 ທັນວາ 2022 ທີ່ຫ້ອງວ່າການແຂວງ, ຄະນະໂຄສະນາອົບຮົມແຂວງຊຽງຂວາງ, ນໍາໂດຍທ່ານ ນ. ພວງພະຈັນ ມູນທະວົງ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ເຂົ້າອວຍພອນທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດຂັ້ນແຂວງ ເນື່ອງໃນໂອກາດບຸນກິນຈຽງຂອງເຜົ່າມົ້ງ (ນໍ່ເປເຈົາ) ປະຈໍາປີ 2022 ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ເຊິ່ງໄດ້ອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພາລະນະໄມສົມບູນ, ສືບຕໍ່ປະຕິບັດໜ້າທີ່ການເມືອງໃນການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງພ້ອມທັງພັດທະນາແຂວງຊຽງຂວາງ ໃຫ້ນັບມື້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວນັ້ນ ທ່ານ ໜໍບີ ຫາຕົງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງມາຍັງຄະນະໂຄສະນາອົບຮົມແຂວງ, ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາວຽກງານຮອບດ້ານໃນຂະແໜງການຂອງຕົນໃຫ້ເຂັ້ມແຂງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.
ໂດຍ: ສາຍທອງ ວື່ໄຊຫວັງ
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 47 |
![]() | ອາທິດນີ້ | 158 |
![]() | ເດືອນນີ້ | 355 |
![]() | ທັງໝົດ | 138732 |